ຫິມະຕົກຢູ່ທະເລຊາຍຊາຮາຣາ
ຫລາຍປະເທດທົ່ວໂລກກຳລັງຜະເຊີນຄວາມໜາວເຢັນ, ແຕ່ຄວາມແປກອ້ອມໂລກເທື່ອນີ້ ຈະພາໄປເບິ່ງ ຫິມະຕົກກາງທະເລຊາຍຊາຮາຣາ ເຊິ່ງເປັນເລື່ອງບໍ່ຄ່ອຍເກີດຂຶ້ນໃຫ້ເຫັນ.
ຈາກອຸນຫະພູມທີ່ຫລຸດລົງເຖິງ -2 ອົງສາ ເຮັດໃຫ້ຊ່າງຖ່າຍຮູບຄົນໜຶ່ງຊື່ ຄາຣິມ ບູເຊຕາຕາ ໄດ້ຖ່າຍຮູບຫິມະຢູ່ເທິງຊາຍໃນທະເລຊາຍຊາຮາຣາໄວ້ໄດ້, ປະຊາຊົນເຫັນຈຶ່ງພາກັນໄປເບິ່ງອູດທີ່ຕ້ອງໃຊ້ຊີວິດກາງທະເລຊາຍ ແລະ ຫິມະປົນແປກັນໄປ. ຊາວຊາອຸດິດອາຣະເບຍຕ່າງພາກັນແຕກຕື່ນຕໍ່ເຫດການໃນຄັ້ງນີ້ ເພາະຖືເປັນສິ່ງທີ່ຫາຍາກໃນປະເທດທີ່ມີແຕ່ພູເຂົາ ແລະ ທະເລຊາຍ.
ແຕ່ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນເທື່ອທຳອິດທີ່ເຄີຍມີຫິມະຕົກໃນທະເລຊາຍຊາຮາຣາ, ພື້ນທີ່ຕ່າງໆຂອງຊາອຸດິດອາຣະເບຍເຄີຍມີຫິມະຕົກມາແລ້ວ. ກໍລະນີເກີດນ້ຳກ້ອນຢູ່ທະເລຊາຍແບບນີ້ ຫລາຍຄົນກໍໄດ້ອອກມາສະແດງຄວາມຄິດເຫັນວ່າ: ກັງວົນກ່ຽວກັບເລື່ອງສະພາບອາກາດຂອງໂລກທີ່ປ່ຽນແປງໄປ ຫລື ບໍ່.