ສົ່ງເສີມການມີວຽກເຮັດງານທຳພາຍໃນປະເທດ ແລະ ໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ
ການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ສັງຄົມມວນມະນຸດ ຄາດວ່າໃນທົ່ວໂລກຈະມີຄົນວ່າງງານເພີ່ມຂຶ້ນຮອດ 25 ລ້ານຄົນ. ສຳລັບ ສປປ ລາວ ກໍ່ໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມເຊັ່ນດຽວກັນ ເນື່ອງຈາກວ່າມີພົນລະເມືອງລາວທີ່ເດີນທາງກັບຈາກປະເທດໄທ ນັບແຕ່ເດືອນມີນາ ເຖິງເດືອນທັນວາ 2020 ມີຈຳນວນຫຼາຍກວ່າ 147.000 ຄົນ. ພ້ອມນີ້, ຜູ້ອອກແຮງງານລາວທີ່ວ່າງງານພາຍໃນປະເທດ ຍ້ອນການໂຈະ ແລະ ປິດກິດຈະການຖາວອນຂອງຫົວໜ່ວຍງງານຈຳນວນບໍ່ໜ້ອຍ ຊຶ່ງຄາດວ່າອັດຕາການວ່າງງານຢູ່ ສປປ ລາວ ຈະເພີ່ມຈາກ 9,6% ເປັນ 20%.
ຕໍ່ສະພາບການດັ່ງກ່າວ ກະຊວງແຮງງານ ແລະ ສະຫວັດດີກນສັງຄົມ ກໍ່ໄດ້ປະສານສົມທົບ ແລະ ປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງກຳນົດທິດທາງໃນສະເພາະໜ້າ ແລະ ຍາວນານ ເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບເຫຼົ່ານັ້ນ. ຜ່ານການເກັບກຳຂໍ້ມູນຄວາມຕ້ອງການແຮງງານຢູ່ພາຍໃນປະເທດເຫັນບາງຂະແໜງການກໍ່ຍັງມີຄວາມຕ້ອງການແຮງງານຈຳນວນຫຼາຍ ເປັນຕົ້ນແມ່ນຢູ່ເຂດເສດຖະກິດພິເສດ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງຫັດຖະກຳ, ຂະແໜງກໍ່ສ້າງທາງລົດໄຟຟ້າລາວ-ຈີນ ແລະ ຂະແໜງກະສິກຳ ໂດຍສະເພາະຢູ່ໃນໂຄງການປູກຢາງພາລາ ແລະ ປູກກ້ວຍ. ຄຽງຄູ່ກັບຄວາມຕ້ອງການນຳໃຊ້ແຮງງານລາວຂອງຫົວໜ່ວຍແຮງງານທີ່ຢູ່ພາຍໃຕ້ຂອງຂະແໜງການຕ່າງໆ ກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍ່ໄດ້ເກັບກຳຂໍ້ມູນຜູ້ທີ່ຕ້ອງການມີວຽກເຮັດງານທຳໃນຂອບເຂດທົ່ວປະເທດ ແລະ ຈັດຫາວຽກເຮັດງານທຳໄປພ້ອມໆກັນ. ພ້ອມນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງສ້າງລະບົບຖານຂໍ້ມູນຂະໜາດໃຫຍ່ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກສ່ວນຕ່າງໆ ເພື່ອມີຂໍ້ມູນຄວາມຕ້ອງການ ແລະ ການສະໜອງ ທີ່ຫຼາກຫຼາຍ ເພື່ອບັນຈຸຜູ້ຕ້ອງການເຮັດວຽກເຂົ້າສູ່ຕຳແໜ່ງງານ ແລະ ເປັນຂໍ້ມູນໃນການວາງແຜນດັດສົມແຮງງານ ໃຫ້ໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ.
ການມີວຽກເຮັດງານທຳຢູ່ພາຍໃນປະເທດ ຈະເຮັດໃຫ້ມີເວລາຢູ່ກັບຄອບຄົວ, ມີຄວາມອົບອຸ່ນ, ບໍ່ໄດ້ເສຍຄ່າໃຊ້ຈ່າຍສູງໃນການດຳເນີນເອກະສານເພື່ອເຂົ້າເຖິງການມີວຽກເຮັດງານທຳ, ມີຄວາມສ່ຽງໜ້ອຍຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການກົດຂີ່ຂູດຮີດແຮງງານ ເພາະບໍ່ໄດ້ຕິດພັນກັບການເດີນທາງຂ້າມປະເທດ ມີຄວາມສະດວກໃນການເຂົ້າເຖິງການບໍລິການທາງດ້ານສັງຄົມ ແລະ ແຫຼ່ງທຶນ ຕ່າງໆ ເຊັ່ນ: ການແກ້ໄຂຂໍ້ຂັດແຍ່ງແຮງງານ, ມີລະບົບປະກັນສັງຄົມຮອງຮັບ, ການເຂົ້າເຖິງແຫຼ່ງກອງທຶນຕ່າງໆ ເພື່ອປະກອບອາຊີບອິດສະຫຼະ, ບໍ່ມີຄວາມຫຍຸ້ງຍາກທາງດ້ານພາສາ ຫຼື ການປັບຕົວເຂົ້າກັບສັງຄົມ ເຊິ່ງເປັນສິ່ງທີ່ຜູ້ອອກແຮງງານລາວ ປະເຊີນໃນເວລາໄປເຮັດວຽກຢູ່ຕ່າງປະເທດ. ພ້ອມນີ້, ກໍ່ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດນຳອີກດ້ວຍ.
ສະນັ້ນ, ເພື່ອເຮັດໃຫ້ຜູ້ຊອກຫາວຽກເຮັດງານທຳສາມາດເຂົ້າເຖິງການຈ້າງງານຢູ່ພາຍໃນປະເທດ ໄວຂຶ້ນ ໃຫ້ໄປຂຶ້ນທະບຽນ ຢູ່ຫ້ອງການບ້ານ ຫຼື ຫ້ອງການເມືອງ ຂອງຕົນ ຕາມແບບຟອມລົງທະບຽນຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ສຳລັບຜູ້ທີ່ມີຄວາມສະດວກ ໃນການໃຊ້ ອິນເຕີເນັດ, ລວມທັງ ອິນເຕີເນັດ ເທິງໂທລະສັບມືຖື, ສາມາດລົງທະບຽນອອນລາຍ ຜ່ານ ເວັບໄຊຂໍ້ມູນ-ຂ່າວສານຕະຫຼາດແຮງງານ ໂດຍ ພິມ www.lmi.gov.la/COVID19; ຫຼື ເວັບໄຊບໍລິການຈັດຫາງານ ສາທາລະນະຊົນ www.pes.molsw.gov.la ຊຶ່ງໃນເວບໄຊດັ່ງກ່າວມີຂໍ້ມູນທີ່ມີຄຸນປະໂຫຍດຫຼາຍຢ່າງ ເພື່ອໃຫ້ເຂົ້າເຖິງການຈ້າງງານ.
ສຳລັບຜູ້ອອກແຮງງານລາວ ທີ່ຍັງມີຄວາມສົນໃຈຢາກໄປເຮັດວຽກຢູ່ຕ່າງປະເທດ ຕ້ອງໄປແບບຖືກກົດໝາຍ ໂດຍຜ່ານການຈັດສົ່ງຂອງສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ເພື່ອໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສາມາດຕິດຕາມ, ປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອໄດ້ ແນໃສ່ຊ່ວຍຫຼຸດຜ່ອນການຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການກົດຂີ່ຂູດຮີດແຮງງານ. ສະນັ້ນ, ກ່ອນການຕັດສິນໃຈໄປເຮັດວຽກຢູ່ຕ່າງປະເທດ ສຶກສາຂໍ້ມູນຢ່າງລະອຽດຈາກ ຕາໜ່າງບໍລິການຈັດຫາງານຂອງ ພາກລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ປຶກສາຄອບຄົວ ແລະ ໝູ່ເພື່ອນໃກ້ຊິດ ເພື່ອຮັບປະກັນການກັບຄືນໄປເຮັດວຽກຢູ່ຕ່າງປະເທດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ປະເທດຮັບ. ສອບຖາມຂໍ້ມູນຈາກ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ (021 217738) ຫຼື ສູນບໍລິການຈັດຫາງານ (021 222255) ຫຼື ເຂົ້າ ເວັບໄຊ ການບໍລິການຈັດຫາງານສາທາລະນະຊົນ (PES) http://www.pes. molsw.gov.la/index.php/lo/covid19 ເພື່ອສຶກສາຂໍ້ມູນ-ຂ່າວສານ ຕຳແໜ່ງງານວ່າງພາຍໃນປະເທດ ແລະ ການໄປເຮັດວຽກຢູ່ຕ່າງປະເທດແບບປອດໄພ ລວມທັງຂໍ້ມູນຂອງສູນບໍລິການຈັດຫາງານ, ຈຸດບໍລິການຈັດຫາງານ, ສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ ແລະ ບໍລິສັດຈັດຫາງານ.
ສະຫນັບສະຫນູນໂດຍ: ລັດຖະບານອົດສະຕາລີ ພາຍໃຕ້ໂຄງການຮ່ວມມືສາມຝ່າຍໃນອາຊຽນ (TRIANGLE in ASEAN).
ເພື່ອຄວາມວ່ອງໄວ ທ່ານສາມາດເຂົ້າ www.pes.molsw.gov.la ໂດຍການສະແກນ QR Cod
Comment (2)
Comments are closed.