ສັນລະເສີນສູນກາງພັກສະໄໝທີ XI ດ້ວຍຄວາມຈົງຮັກພັກດີ
ໂດຍ: ທິດກໍ່າ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຫາກໍປິດລົງໃນວັນທີ 15 ມັງກອນ 2021 ຜ່ານມາ ເຊິ່ງມາຮອດປັດຈຸບັນຕໍ່ຄວາມໝາຍ ແລະ ອາຍອຸ່ນຈາກກອງປະຊຸມດັ່ງກ່າວກໍຍັງສະຖິດຢູ່ໃນຄວາມຊົງຈຳຂອງບັນດາສະຫາຍສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ. ຖືໄດ້ວ່າກອງປະຊຸມໃຫຍ່ຄັ້ງນີ້ໄດ້ມີຜົນສຳເລັດຢ່າງໃຫຍ່ຫລວງ, ສະຫງ່າງາມ ແລະ ສົມກັບຄວາມມຸ້ງມາດປາດຖະໜາຂອງພັກ, ຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດຊາດຂອງພວກເຮົາ. ຕໍ່ຜົນສຳເລັດຢ່າງໃຫຍ່ຫລວງນັ້ນ ມັນກໍສະແດງອອກຢ່າງຈະແຈ້ງຄື: ໄດ້ຄັດເລືອກຈັດສັນບຸກຄະລາກອນການນຳຂັ້ນສູງສຸດຂອງພັກໄດ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງອອກຄື: ໄດ້ປ່ອນບັດຄັດເລືອກເອົາກຳມະການສົມບູນສູນກາງພັກໄດ້ 71 ສະຫາຍ ຈາກຜູ້ສະໝັກທັງໝົດ 79 ສະຫາຍ, ໄດ້ປ່ອນບັດຄັດເລືອກເອົາກຳມະການສຳຮອງສູນກາງພັກ 10 ສະຫາຍ ຈາກຜູ້ສະໝັກທັງໝົດ 15 ສະຫາຍ. ພິເສດໃນຕອນເຊົ້າຂອງວັນທີ 15 ມັງກອນ 2021 ຜ່ານມາ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເລືອກຕັ້ງເອົາກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເລືອກຕັ້ງເອົາເລຂາທິການໃຫຍ່ສູນກາງພັກ ໂດຍມີກົມການເມືອງ 13 ສະຫາຍ, ຍິງ 2 ສະຫາຍ. ຜ່ານການຄັດເລືອກຢ່າງເປັນເອກະສັນໃນກອງປະຊຸມຄັ້ງປະຖົມມະລຶກ ສະຫາຍ ທອງລຸນ ສີສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ກອງປະຊຸມຍັງໄດ້ເປັນເອກະສັນເລືອກເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ທ່ານ ຄຳພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ.
ແນວໃດກໍດີ, ເມື່ອວິເຄາະຢ່າງສັດຈະວິພາກແລ້ວ ບຸກຄະລາກອນການນຳພາສູງສຸດຂອງພັກໃນຊຸດໃໝ່ ສະໄໝທີ XI ທີ່ຈະນຳພາປະເທດຊາດບ້ານເມືອງໃຫ້ກ້າວສູ່ຍຸກໃໝ່ທັນສະໄໝສຸດທີ່ສອດຄ່ອງ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ໂດຍສະເພາະໃນໄລຍະ 5 ປີຕໍ່ໜ້າ (2021-2025) ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາພວມເລັ່ງລັດສ້າງສາພັດທະນາໃຫ້ປະເທດຊາດບ້ານເມືອງມີຄວາມຈະເລີນຮຸ່ງເຮືອງ, ກ້າວໄປໜ້າ ແລະ ສາມາດຜະເຊີນກັບສິ່ງທ້າທາຍຫລາຍດ້ານ.
ອີກປະການໜຶ່ງ ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໃນຄັ້ງນີ້ ກໍແມ່ນການຄັດເລືອກເອົາຜູ້ນຳ, ແກນນຳຂອງສູນກາງພັກທີ່ຈະເຂົ້າມາກຳໂຊກຊະຕາຂອງບ້ານເມືອງທີ່ພວມຢູ່ໃນທ່າມກາງການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຂະຫຍາຍຕົວຂອງພາກພື້ນ, ຂອງໂລກທີ່ພວມເຊື່ອມໂຍງດ້ວຍທ່ວງທ່າ ແລະ ປັດໄຈອັນໃໝ່ຢ່າງບໍ່ຢຸດຢັ້ງ.
ເຖິງຢ່າງໃດກໍດີ, ໃນປັດຈຸບັນ ກໍຄືອະນາຄົດຂ້າງໜ້າ ປະຊາຊົນລາວບັນດາເຜົ່າຂໍຝາກຄວາມຫວັງ ແລະ ຄວາມໄວ້ວາງໃຈກັບຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ຊາດ ແລະ ປະຊາຊົນ, ຖືປະຊາຊົນເປັນກົກໃຫ້ສົມກັບວ່າ ພັກປະຊາຊົນປະຕິວັດລາວ ຜູ້ມີກຽດສະຫງ່າ, ເປັນພັກຂອງຊົນຊັ້ນກຳມະກອນຢ່າງແທ້ຈິງ. ໃນປະຫວັດສາດຜ່ານມາ ພັກເຮົາໄດ້ຜ່ານພາຍຸລົມແດງຈາກສົງຄາມປະຕິວັດ ຈົນສາມາດປົດປ່ອຍໄດ້ໃນທົ່ວປະເທດ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ.
ພໍຕົກມາໃນສະພາບການປັດຈຸບັນ, ສິ່ງທີ່ທຸກຄົນຢາກໃຫ້ພັກເຮົາເຮັດຫລ້ອນພາລະກິດຂອງຕົນນັ້ນ ແມ່ນການປາບການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດ, ປາບຢາເສບຕິດທີ່ພວມເປັນໄພຮ້າຍຕໍ່ສັງຄົມລາວ. ນອກຈາກນັ້ນ, ກໍແມ່ນປາກົດການຫຍໍ້ທໍ້ອື່ນໆທີ່ພາໃຫ້ຄົນລາວຕາຍແຕ່ລະມື້ ເປັນຕົ້ນອຸປະຕິເຫດຕາມທ້ອງຖະໜົນ, ການຄ້າມະນຸດ ໂດຍບໍ່ເກງກົວຕໍ່ກົດໝາຍບ້ານເມືອງ, ຂໍໃຫ້ພາລະກິດການນຳພາຂອງຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ສະໄໝທີ XI ຈົ່ງປະສົບຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຂໍຍ້ອງຍໍຊົມເຊີຍສັນລະເສີນເປັນຢ່າງຍິ່ງຕໍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ດ້ວຍຄວາມຈົງຮັກພັກດີຕະຫລອດໄປ.