ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19

- 2123 - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19
- kitchen vibe - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19

ແຫລ່ງຂ່າວແຂວງບໍ່ແກ້ວ ລາຍງານວ່າ: ໃນວັນທີ 19 ມັງກອນນີ້, ທ່ານ  ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈກ່ຽວກັບຂ່າວທີ່ມີຄົນເຈັບເພດຊາຍ ອາຍຸ 26 ປີ, ສັນຊາດຈີນ ເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ, ຈາກອຸປະຕິເຫດ ແລະ ຖືກນຳສົ່ງໄປປິ່ນປົວຢູ່ ສປ ຈີນ ແລ້ວກວດພົບເຊື້ອໂຄວິດ-19 ໃນອາທິດຜ່ານມານັ້ນແມ່ນຄວາມຈິງ

ທ່ານ ດຣ. ຄຳຜະຫຍາ ພົມປັນຍາ ໃຫ້ຮູ້ວ່າ: ກ່ອນ ຖືກນຳສົ່ງໄປປະເທດຈີນ ໂດຍຜ່ານດ່ານບໍ່ເຕັນ ແຂວງຫລວງນ້ຳທາ, ລາວໄດ້ຮັບການກວດຫາພະຍາດໂຄວິດ-19 ຢູ່ໂຮງໝໍສາກົນ ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ,ຊຶ່ງແມ່ນໜຶ່ງໃນມາດຕະການກ່ອນທີ່ທຸກຄົນຈະເດີນທາງເຂົ້າປະເທດຈີນ ເມື່ອລາວຖືກນຳສົ່ງໄປຮອດປະເທດຈີນ ເພື່ອປິ່ນປົວ ລາວໄດ້ຮັບການກວດຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ຄືພົບເຊື້ອພະຍາດໂຄວິດ-19 ແລະ ຜ່ານການສອບສວນຄືນຂອງທີມງານ ພົບວ່າກໍລະນີດັ່ງ ກ່າວເຄີຍໄປແຂວງທ່າຂີ້ເຫລັກ (Tachilek) ປະເທດມຽນມາ ໃນຊ່ວງເດືອນພະຈິກ 2020, ເຊິ່ງເປັນສະຖານທີ່ເຄີຍມີການລະບາດ, ກ່ອນເດີນທາງເຂົ້າມາປະເທດລາວ ໃນວັນທີ 26 ພະຈິກ 2020.

- Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19
- Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19

ຕໍ່ກັບເຫດການດັ່ງກ່າວ, ນັບແຕ່ວັນທີ 11 ມັງກອນ, ອຳນາດການປົກຄອງແຂວງບໍ່ແກ້ວ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຈັດຕັ້ງປະຕິບັດຫລາຍມາດຕະການຄວບຄຸມພະຍາດ ດ້ວຍການປິດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄຳ ບໍ່ອະນຸຍາດໃຫ້ມີຄົນເຂົ້າ-ອອກ ເປັນເວລາ 14 ວັນ ເລີ່ມແຕ່ວັນທີ 12 ມັງກອນ ເປັນຕົ້ນມາ ແລະ ເຂັ້ມງວດການເດີນທາງເຂົ້າ-ອອກ ຢູ່ເຂດຊາຍແດນ; ໂດຍສົມທົບກັບທີມງານສູນກາງ ກົມຄວບຄຸມພະຍາດຕິດຕໍ່, ສູນວິເຄາະ ແລະ ລະບາດວິທະຍາ ພ້ອມກັບ ອົງການອະນາໄມໂລກປະຈໍາ ສປປ ລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການສອບສວນ, ຄົ້ນຫາ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ການກວດກັ່ນກອງ; ໄດ້ມີການກວດຕົວຢ່າງຂອງຜູ້ທີ່ພົວພັນກັບຜູ້ຕິດເຊື້ອດັ່ງກ່າວທັງໝົດ 305 ຄົນ, ເຊິ່ງຜົນກວດຕົວຢ່າງທັງໝົດເປັນລົບ ແລະ ໃນນີ້ ມີຜູ້ສຳຜັດໃກ້ຊິດ 44 ຄົນ, ເຊິ່ງໄດ້ເກັບຕົວຢ່າງມາກວດຄືນອີກຮອບທີສອງ 33 ຕົວຢ່າງ ແມ່ນໃຫ້ຜົນລົບ ແລະ ຈະສືບຕໍ່ຕິດຕາມ ແລະ ເກັບຕົວຢ່າງຮອບທີ່ສາມ, ພ້ອມສືບຕໍ່ຕິດຕາມ 14 ວັນ ຮອດວັນທີ 24 ມັງກອນນີ້. ນັບແຕ່ວັນທີ 11 ມັງ ກອນ ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ດຳເນີນການກວດຄັດກອງ ປະຊາຊົນທຸກຄົນທີ່ອາໄສຢູ່ໃນເຂດດັ່ງກ່າວ, ມາຮອດວັນທີ 19 ມັງກອນ ໄດ້ເກັບຕົວຢ່າງ 11.061 ຕົວຢ່າງ ແລະ ໃຫ້ຜົນລົບທັງໝົດ.

ທ່ານ ດຣ ຄຳຜະຫຍາ ພົມປັນຍາ ກ່າວຕື່ມວ່າ: ສິ່ງທີ່ໜ້າເປັນຫ່ວງຫລາຍທີ່ສຸດ ແມ່ນປະເທດລາວເຮົາມີຊາຍແດນທາງບົກທີ່ຍາວ ແລະ ເຮັດການຄ້າຮ່ວມກັນກັບປະເທດໃກ້ຄຽງທີ່ມີການລະບາດຂອງພະຍາດດັ່ງກ່າວ. ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ຕິດຕາມ ແລະ ຄຸ້ມຄອງເຂດທີ່ມີຄວາມສ່ຽງເຫລົ່ານີ້ ຈິ່ງຂໍຮຽກຮ້ອງໃຫ້ທຸກຄົນ ທົ່ວສັງຄົມ ຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ, ປະຕິບັດການອະນາໄມມືຢ່າງເຂັ້ມງວດ ເຊັ່ນ: ຫລີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຫລື ຊຸມຊົນແອອັດ, ຫລີກລ່ຽງການສຳຜັດໃກ້ຊິດ ກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ, ປະຕິບັດມາລະຍາດໃນການໄອຈາມ ດ້ວຍການອັດປາກ ແລະ ດັງ, ໃສ່ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູ ຫລື ເຈວລ້າງມື ທີ່ມີສ່ວນປະສົມຂອງເຫລົ້າໃຫ້ເປັນປະຈຳ.

- 5 - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19
- 3 - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19
- 4 - ແຂວງບໍ່ແກ້ວ ຊີ້ແຈງກໍລະນີຄົນເຈັບສົ່ງໄປປິ່ນປົວຢູ່ ສປ ຈີນ ກວດພົບໂຄວິດ-19