ທ່ານ ໄບເດນ ສາບານຮັບຕຳແໜ່ງຢ່າງເປັນທາງການ ໃຫ້ຄຳໝັ້ນຟື້ນຟູປະເທດທຸກດ້ານ ເປັນປະທານາທິບໍດີຂອງຊາວອາເມລິກາທຸກຄົນ
ສະຫະລັດອາເມລິກາປ່ຽນສູ່ການບໍລິຫານປະເທດຂອງປະທານາທິບໍດີຄົນທີ 46 ຢ່າງເປັນທາງການ ຫລັງທ່ານ ໂຈ ໄບເດນ ຈາກພັກເດໂມແຄຣດ ສຳເລັດພິສາສາບານຮັບຕຳແໜ່ງຢູ່ອາຄານລັດຖະສະພາ ຫລື US Capitol ໃນນະຄອນຫລວງວໍຊິງຕັນ ດີ.ຊີ ທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ.
ພິທີເລີ່ມຕົ້ນຂຶ້ນໃນເວລາປະມານ 11:15 ໂມງ ຕາມເວລາທ້ອງຖິ່ນ ຫລັງມີການເຊີນບຸກຄົນສຳຄັນເຂົ້າງານຄົບແລ້ວ. ທ່ານ ນາງ ເອມີ ໂຄລບູຊາ ສ.ວ ພັກເດໂມແຄຣດ ຈາກລັດມິນນິໂຊຕາ ເປັນຕົວແທນກ່າວຕ້ອນຮັບຜູ້ເຂົ້າຮ່ວມງານ. ຈາກນັ້ນ ນາງ ເລດີ້ ກາກ້າ ສິລະປິນຊື່ດັງ ເປັນຜູ້ຮ້ອງເພງຊາດອາເມລິກາ ກ່ອນຈະເຂົ້າສູ່ຊ່ວງພິທີສາບານ ໂດຍນາງ ຄາມາລາ ແຮຣິສ ເຊິ່ງສ້າງປະຫວັດສາດເປັນຮອງປະທານາທິບໍດີເພດຍິງຄົນທຳອິດຂອງປະເທດ ໄດ້ກ່າວຄຳສາບານຕາມຫລັງນາງ ໂຊເນຍ ໂຊໂຕເມເຍີ ຜູ້ພິພາກສາສານສູງສຸດຂອງອາເມລິກາ.
ຈາກນັ້ນ, ນາງ ເຈນນິເຟີ ໂລເປຊ ໄດ້ຮ້ອງເພງ “America the Beautiful” ແລະ ນຳເຂົ້າສູ່ຊ່ວງສຳຄັນຂອງງານ.
ທ່ານ ໂຈ ໄບເດນ ຢືນຄຽງຂ້າງນາງ ຈິລ ໄບເດນ ແມ່ຍິງໝາຍເລກໜຶ່ງຄົນໃໝ່ ໄດ້ກ່າວຄຳສາບານຕາມຫລັງທ່ານ ຈອນ ໂຣເບິດ ປະທານຄະນະຜູ້ພິພາກສາສານສູງສຸດ ເຊິ່ງຖືເປັນການຮັບຕຳແໜ່ງປະທານາທິບໍດີຄົນທີ 46 ຢ່າງເປັນທາງການ.
ຫລັງກ່າວຄຳປະຕິຍານແລ້ວ, ທ່ານ ໄບເດນ ໄດ້ກ່າວສູນທອນພົດໃນຖານະປະທານາທິບໍດີເປັນຄັ້ງທຳອິດ ໂດຍປະກາດວ່າ: “ນີ້ຄືວັນຂອງອາເມລິກາ”.
“ມື້ນີ້ເປັນວັນຂອງປະຊາທິປະໄຕ ວັນແຫ່ງປະຫວັດສາດ ແລະ ຄວາມຫວັງຂອງການຟື້ນຟູ ແລະ ແກ້ໄຂ” ທ່ານ ໄບເດນ ກ່າວ.
ທ່ານຍັງບອກອີກວ່າ: ສຽງເຈດຕະນາຂອງປະຊາຊົນຖືກຮັບຟັງແລ້ວ ໂດຍທ່ານ ໄບເດນ ຍອມຮັບຊ່ວງເວລາແຫ່ງຄວາມແຕກແຍກໃນປະຫວັດສາດອາເມລິກາ, ແຕ່ເຊື່ອໝັ້ນວ່າຄວາມສາມັກຄີຈະເອົາຊະນະໄດ້.
ທ່ານລະບຸວ່າ: ອາເມລິກາຜ່ານຊ່ວງເວລາທີ່ຍາກລຳບາກມາແລ້ວຫລາຍຄັ້ງໃນໜ້າປະຫວັດສາດ ບໍ່ວ່າຈະເປັນສົງຄາມກາງເມືອງ, ຍຸກເສດຖະກິດຕົກຕໍ່າ, ສົງຄາມໂລກທັງສອງຄັ້ງ ແລະ ເຫດວິນາດສະກຳໂຈມຕີເວິດເທຣດເຊັນເຕີ ຫລື 9/11 “ເຊິ່ງພວກເຮົາມີໄຊສະເໝີ”.
ທ່ານ ໄບເດນ ຍັງປະກາດນຳພາອາເມລິກາກັບໄປສູ່ຈຸດທີ່ເຄີຍເປັນໃນເວທີໂລກ ແລະ ໃຫ້ຄຳໝັ້ນວ່າຈະເປັນປະທານາທິບໍດີສຳລັບຊາວອາເມລິກາທຸກຄົນ ລວມທັງຄົນທີ່ບໍ່ໄດ້ສະໜັບສະໜູນທ່ານນຳອີກ.
ທ່ານ ໄບເດນ ເວົ້າເຖິງສະຖານະການການລະບາດຂອງໂຄວິດ-19 ອີກວ່າ: ອາເມລິກາມີສິ່ງທີ່ຕ້ອງສ້ອມແປງ, ຟື້ນຟູ, ຊ່ວຍເຫລືອ ແລະ ສ້າງຂຶ້ນໃໝ່ອີກຫລາຍຢ່າງ ຈາກຈຳນວນຜູ້ເສຍຊີວິດສູງເຖິງ 4 ແສນຄົນໃນອາທິດນີ້, ອາເມລິກາຜະເຊີນຄວາມທ້າທາຍຈາກໄວຣັສຮ້າຍແຮງທີ່ສຸດໃນຮອບສະຕະວັດ ເຊິ່ງຂ້າຊີວິດຄົນອາເມລິກາຫລາຍກວ່າການສູນເສຍໃນສົງຄາມໂລກຄັ້ງທີ 2 ອີກ.
“ເພື່ອເອົາຊະນະຄວາມທ້າທາຍເຫລົ່ານີ້ ເພື່ອຟື້ນຟູຈິດວິນຍານ ແລະ ອະນາຄົດຂອງອາເມລິກາ ພວກເຮົາຈຶ່ງຕ້ອງການຫລາຍກວ່າຄຳເວົ້າ, ພວກເຮົາຕ້ອງການສິ່ງສຳຄັນໃນລະບອບປະຊາທິປະໄຕ ນັ້ນຄືຄວາມສາມັກຄີ”.
ທ່ານ ໄບເດນ ຍັງໃຫ້ຄຳໝັ້ນວ່າ: ຈະຟື້ນຟູການພົວພັນກັບປະເທດພັນທະມິດ “ນີ້ຄືສານຈາກຂ້າພະເຈົ້າເຖິງຜູ້ທີ່ຢູ່ນອກຊາຍແດນຂອງພວກເຮົາ, ອາເມລິກາໄດ້ຮັບການທົດສອບ ແລະ ພວກເຮົາເຂັ້ມແຂງຂຶ້ນ, ພວກເຮົາຈະຟື້ນຟູການພົວພັນກັບພັນທະມິດ ແລະ ມີສ່ວນຮ່ວມກັບໂລກອີກ.
“ພວກເຮົາຈະເປັນຜູ້ນຳ ບໍ່ພຽງແຕ່ດ້ວຍຕົວຢ່າງຂອງພະລັງຂອງພວກເຮົາ ແຕ່ດ້ວຍພະລັງຂອງຕົວຢ່າງພວກເຮົາ, ພວກເຮົາຈະເປັນພັນທະມິດທີ່ແຂງແກ່ນ ແລະ ເຊື່ອຖືໄດ້ສຳລັບສັນຕິພາບ, ຄວາມກ້າວໜ້າ ແລະ ຄວາມໝັ້ນຄົງ” ທ່ານ ໄບເດນ ກ່າວ.
ສຳລັບພິທີໃນມື້ນີ້, ມີແຂກຜູ້ມີກຽດ, ຜູ້ດຳລົງຕຳແໜ່ງທາງການເມືອງ ແລະ ບຸກຄົນສຳຄັນໃນວົງການຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ ລວມທັງອະດີດປະທານາທິບໍດີ ແລະ ແມ່ຍິງໝາຍເລກໜຶ່ງ ຄືທ່ານ ບາຣັກ ແລະ ນາງ ມິເຊລ ໂອບາມາ, ທ່ານ ບິລ ແລະ ນາງ ຮິລລາຣີ ຄລິນຕັນ, ທ່ານ ຈ໊ອດ ແລະ ນາງ ລໍຣາ ບຸສ ເຊັ່ນດຽວກັບທ່ານ ໄມ ເພນ ຮອງປະທານາທິບໍດີ ແລະ ນາງ ຄາເຣນ ເພນ ພັນລະຍາ ກໍມາຮ່ວມງານນຳ, ຂາດແຕ່ທ່ານ ໂດນັລ ທຣຳ ແລະ ນາງ ເມລາເນຍ ທຣຳ ທີ່ປະຕິເສດເຂົ້າຮ່ວມງານກ່ອນໜ້ານີ້ ໂດຍທຸກຄົນລ້ວນໃສ່ຜ້າປິດປາກ-ດັງຕາມມາດຕະການປ້ອງກັນການຕິດເຊື້ອໂຄວິດ-19 ເຊິ່ງໃນພິທີຍັງມີການຈຳກັດຈຳນວນຄົນເຂົ້າງານ ແລະ ຈັດບ່ອນນັ່ງຫ່າງກັນ ເພື່ອບໍ່ໃຫ້ເກີດຄວາມແອອັດຈົນເກີນໄປຕາມມາດຕະການຮັກສາໄລຍະຫ່າງທາງສັງຄົມ.
ພິທີການຄັ້ງນີ້ຈັດຂຶ້ນທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ ໂດຍມີການວາງກຳລັງຕຳຫລວດ ແລະ ກອງກຳລັງພິທັກມາຕຸພູມປະມານ 25.000 ຄົນອາລັກຂາຕາມຈຸດຕ່າງໆອ້ອມຮອບ ຫລັງຈາກເມື່ອຕົ້ນເດືອນຜ່ານມາ ໄດ້ເກີດເຫດຈະລາຈົນໂດຍກຸ່ມຜູ້ສະໜັບສະໜູນ ທຣຳ ທີ່ພະຍາຍາມຂັດຂວາງການຮັບຮອງຜົນການເລືອກຕັ້ງໃນລັດຖະສະພາ ຈົນເກີດຄວາມກັງວົນວ່າອາດເກີດເຫດການຮຸນແຮງອີກໃນລະຫວ່າງພິທີ.
ຄາດວ່າຫລັງຈາກຮັບຕຳແໜ່ງແລ້ວ, ທ່ານ ໄບເດນ ຈະລົງນາມຄຳສັ່ງພິເສດປະທານາທິບໍດີ 17 ສະບັບໃນບໍ່ເທົ່າໃດຊົ່ວໂມງທໍາອິດ ນັບແຕ່ການອອກຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງໃຊ້ມາດຕະການໃໝ່ ເພື່ອຮັບມືການລະບາດຂອງໂຄວິດ-19 ລວມທັງລຶບລ້າງຫລາຍນະໂຍບາຍທີ່ອອກໂດຍປະທານາທິບໍດີ ໂດນັລ ທຣຳ.
CNN ລາຍງານວ່າ: ໜຶ່ງໃນຫລາຍໆມາດຕະການທີ່ທ່ານ ໄບເດນ ຈະປະກາດໃຊ້ທັນທີ ປະກອບມີການກຳນົດໃຫ້ໃສ່ຜ້າປິດປາກ-ດັງປ້ອງກັນການແຜ່ເຊື້ອໃນສະຖານທີ່ທາງການຂອງລັດຖະບານ ລວມທັງການແຕ່ງຕັ້ງຜູ້ປະສານງານຮັບມືພະຍາດລະບາດ ເພື່ອເບິ່ງແຍງການແຈກຢາຍວັກຊີນໂຄວິດ-19, ຢາ ແລະ ອຸປະກອນການແພດ.
ນອກຈາກນີ້, ທ່ານ ໄບເດນ ຍັງມີແຜນລົ້ມລ້າງຄຳສັ່ງພິເສດທີ່ອອກໂດຍ ທຣຳ ຫລາຍສະບັບ ໂດຍຈະນຳພາອາເມລິກາກັບເຂົ້າສູ່ຂໍ້ຕົກລົງປາຣີສ ເພື່ອຮ່ວມແກ້ໄຂບັນຫາໂລກຮ້ອນກັບນາໆຊາດອີກ ແລະ ຢັບຢັ້ງການຖອນຕົວຈາກການເປັນສະມາຊິກອົງການອະນາໄມໂລກ (WHO) ຂອງອາເມລິກາ.
ອີກໜຶ່ງຄຳສັ່ງພິເສດຂອງທ່ານ ໄບເດນ ທີ່ຄາດວ່າຈະລົງນາມນັບແຕ່ມື້ທຳອິດຄື ການຢຸດການໃຊ້ມາດຕະການທີ່ເຂັ້ມງວດຕໍ່ຜູ້ອົບພະຍົບຜິດກົດໝາຍໃນບໍລິເວນຊາຍແດນ ແລະ ການຍົກເລີກກົດຫ້າມທີ່ບໍ່ໃຫ້ຊາວມຸດສະລິມຈາກຫລາຍປະເທດເຂົ້າປະເທດ. ນອກຈາກນີ້ ຍັງຢຸດການຈັດສັນງົບປະມານໃນການສ້າງກຳແພງກັ້ນຊາຍແດນທາງໃຕ້ນຳອີກ.