ທ່ານ ໄບເດນ ເຊັນຄຳສັ່ງພາອາເມລິກາກັບເຂົ້າຮ່ວມ ຂໍ້ຕົກລົງປາຣີສເພື່ອແກ້ໄຂບັນຫາໂລກຮ້ອນ ໃນມື້ທຳອິດຂອງການເຮັດວຽກ
ບໍ່ເທົ່າໃດຊົ່ວໂມງຫລັງພິທີສາບານຮັບຕຳແໜ່ງຂອງທ່ານ ໂຈ ໄບເດນ ປະທານາທິບໍດີຄົນໃໝ່ຂອງອາເມລິກາ ລົງນາມໃນຄຳສັ່ງພິເສດ ນຳພາອາເມລິກາກັບເຂົ້າເປັນພາຄີໃນຂໍ້ຕົກລົງປາຣີສ ທີ່ນາໆຊາດ ລວມທັງອາເມລິກາ ລົງນາມເມື່ອປີ 2015 ເພື່ອຮ່ວມກັນແກ້ໄຂບັນຫາການປ່ຽນແປງຂອງສະພາບອາກາດ. ການເຄື່ອນໄຫວດັ່ງກ່າວຖືເປັນການສົ່ງສັນຍານຈະແຈ້ງວ່າ: ທ່ານ ໄບເດນ ຕ້ອງການແກ້ໄຂບັນຫາໂລກຮ້ອນຢ່າງຈິງຈັງ ແລະ ຮີບດ່ວນຕາມທີ່ເຄີຍຫາສຽງໄວ້.
ກ່ອນໜ້ານີ້, ທ່ານ ໂດນັລ ທຣຳ ເປັນຄົນນຳພາອາເມລິກາ ຖອນຕົວຈາກຂໍ້ຕົກລົງດັ່ງກ່າວເມື່ອປີຜ່ານມາ ໂດຍໃຫ້ເຫດຜົນວ່າ: ການຫລຸດແກັສເຮືອນແກ້ວຈະທຳລາຍຂະແໜງອຸດສາຫະກຳສຳຄັນຂອງອາເມລິກາ. ຂະນະທີ່ທ່ານເອງບໍ່ເຊື່ອວ່າມີບັນຫາໂລກຮ້ອນແທ້.
ຜູ້ຊ່ຽວຊານຫລາຍຄົນເບິ່ງວ່າ: ການກັບເຂົ້າຮ່ວມຂໍ້ຕົກລົງປາຣີສຂອງອາເມລິກາ ຖືເປັນບາດກ້າວສຳຄັນຂອງຄະນະບໍລິຫານ ໄບເດນ ໃນການກັບນະໂຍບາຍທີ່ດຳເນີນໄລຍະ 4 ປີຜ່ານມາ. ເຖິງຢ່າງໃດກໍຕາມ, ຍັງມີວຽກຍາກ ແລະ ຄວາມທ້າທາຍລໍຢູ່ຂ້າງໜ້າ ເຊິ່ງລວມທັງການຊຸກຍູ້ນະໂຍບາຍສີຂຽວຕ່າງໆ ແລະ ສົ່ງເສີມພະລັງງານສະອາດ ເພື່ອທົດແທນເຊື້ອໄຟຈາກຟໍຊິລ.
ການອອກຄຳສັ່ງປະທານາທິບໍດີສະບັບໃໝ່ຂອງທ່ານ ໄບເດນ ເປັນການສົ່ງສັນຍານທີ່ຈະແຈ້ງວ່າ: ອາເມລິກາພ້ອມຈະຮ່ວມມືກັບນາໆຊາດໃນການຕໍ່ສູ້ກັບບັນຫາໂລກຮ້ອນ ແລະ ຕ້ອງການຟື້ນຟູບົດບາດການເປັນຜູ້ນຳຂອງອາເມລິກາໃນເລື່ອງນີ້ ໂດຍຂໍ້ຕົກລົງດັ່ງກ່າວກຳນົດໃຫ້ປະເທດຕ່າງໆ ພະຍາຍາມຫລຸດປະລິມານການປ່ອຍແກັສເຮືອນແກ້ວໃຫ້ໄດ້ຕາມເປົ້າໝາຍ.
ຄະນະບໍລິຫານຂອງທ່ານ ໄບເດນ ມີຄວາມຕັ້ງໃຈຈະໂຈະໂຄງການກໍ່ສ້າງທໍ່ສົ່ງນ້ຳມັນ Keystone XL ທີ່ວາງມາຈາກການາດາ ແລະ ຈະລົງນາມໃນຄຳສັ່ງພິເສດອີກຫລາຍສະບັບ ເພື່ອລົ້ມລ້າງມາດຕະການຫລາຍຢ່າງຂອງ ທຣຳ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການສະຫງວນຜືນດິນ ແລະ ແຫລ່ງນ້ຳ 30% ຂອງອາເມລິກາພາຍໃນປີ 2030 ແລະ ປົກປ້ອງເຂດປ່າໄມ້ແຫ່ງຊາດອາກຕິກຈາກການຖືກຂຸດເຈາະຫາແຫລ່ງນ້ຳມັນ.
ເຖິງຢ່າງໃດກໍຕາມ, ຫລາຍນະໂຍບາຍຂອງທ່ານ ໄບເດນ ອາດພົບອຸປະສັກ ເນື່ອງຈາກພັກເດໂມແຄຣດຄອງສຽງສ່ວນຫລາຍແບບຫວຸດຫວິດໃນວຸດທິສະພາ ເຮັດໃຫ້ທ່ານ ໄບເດນ ຕ້ອງການສຽງສະໜັບສະໜູນຈາກພັກແບບບໍ່ແຕກແຖວ ລວມທັງສຽງສະໜັບສະໜູນຈາກ ສ.ວ ທີ່ມີແນວຄິດອະນຸລັກນິຍົມ.
ແຕ່ຄາດວ່າທ່ານ ໄບເດນ ຈະສາມາດຊຸກຍູ້ແຜນເສດຖະກິດມູນຄ່າ 2 ຕື້ໂດລາ ເພື່ອເດີນໜ້າຂະບວນການປ່ຽນແປງຜ່ານໄປສູ່ພະລັງງານສະອາດ, ຫລຸດການປ່ອຍແກັສກາກບອນຈາກໂຮງໄຟຟ້າພາຍໃນປີ 2035 ແລະ ບັນລຸເປົ້າໝາຍປ່ອຍແກັສເຮືອນແກ້ວສຸດທິເປັນສູນພາຍໃນປີ 2050.
ນອກຈາກນະໂຍບາຍດ້ານສິ່ງແວດລ້ອມແລ້ວ, ຄຳສັ່ງປະທານາທິບໍດີສະບັບໃໝ່ຂອງທ່ານ ໄບເດນ ຍັງກ່ຽວຂ້ອງກັບມາດຕະການຮັບມືການແຜ່ລະບາດໂຄວິດ-19, ຢັບຢັ້ງການຖອນຕົວຈາກອົງການອະນາໄມໂລກ (WHO), ຢຸດການໃຊ້ມາດຕະການທີ່ເຂັ້ມງວດຕໍ່ຜູ້ອົບພະຍົບຜິດກົດໝາຍບໍລິເວນຊາຍແດນ, ຍົກເລີກກົດຫ້າມທີ່ບໍ່ໃຫ້ຊາວມຸດສະລິມຈາກຫລາຍປະເທດເຂົ້າປະເທດ ຕະຫລອດຈົນຢຸດການຈັດສັນງົບປະມານສ້າງກຳແພງກັ້ນຊາຍແດນທາງໃຕ້ນຳອີກ.