ທ່າແຕງ ມອບເງິນນະໂຍບາຍໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຫລາຍກວ່າ 2,1 ຕື້ກີບ
January 21, 2021 - 11:28 AM
ທ່ານ ແສງສຸບັນ ໄຊສະຫັວນ ຮອງເຈົ້າເມືອງທ່າແຕງ ແຂວງເຊກອງ ໄດ້ມອບເງິນນະໂຍບາຍມອບເງິນນະໂຍບາຍໃຫ້ຄອບຄົວຜູ້ທີມີຄຸນງາມຄວາມດີຕໍ່ພາລະກິດການປະຕິວັດ ໂດຍປະຕິບັດຕາມດຳລັດ ເລກທີ 272/ລບ, ມອບໃຫ້ 48 ທ່ານ ລວມເປັນເງິນຫລາຍກວ່າ 2,1 ຕື້ກີບ.
ໂອກາດນີ້, ທ່ານຮອງເຈົ້າເມືອງໆທ່າແຕງ ໄດ້ມີຄຳເຫັນວ່າ: ຍາມໃດ ພັກ ແລະ ລັດຖະບານ ກໍບໍ່ລືມບຸນຄຸນ, ຄຸນງາມຄວາມດີ ຕໍ່ຜູ້ເສຍສະຫລະດັ່ງກ່າວ, ພ້ອມເນັ້ນໃຫ້ບັນດາຄອບຄົວຜູ້ທີ່ໄດ້ຮັບນະໂຍບາຍເທື່ອນີ້ນໍາໃຊ້ເຂົ້າໃນການພັດທະນາຊີວິດການເປັນຢູ່ໃຫ້ຖືກເປົ້າໝາຍ ແລະ ມີຜົນປະໂຫຍດຕໍ່ຄອບຄົວພ້ອມນີ້ກໍຕ້ອງສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມດີດັ່ງກ່າວໄວ້ໃຫ້ໝັ້ນຄົງພ້ອມທັງປຸກລະດົມຊຸກຍູ້ລູກຫລານ ແລະ ສັງຄົມເອົາໃຈໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ບ້ານເມືອງ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.