ກະຊວງແຜນການ ແລະ ກາງລົງທຶນ ເລັ່ງວາງວຽກຈຸດສຸມ ເພື່ອຮັບປະກັນຄາດໝາຍສູ້ຊົນປີໃຫມ່
ກະຊວງແຜນການ ແລະ ການລົງທຶນ (ຜທ) ຈະສຸມໃສ່ບາງວຽກງານຈຸດສຸມ ໃນປີ 2021 ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມຂອງກະຊວງ ກໍຄືຂອງລັດຖະບານໃຫ້ປະກົດຜົນເປັນຈິງ ເພາະເປັນປີເປີດສັກກະຫລາດໃໝ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025).
ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງດັ່ງກ່າວ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2020 ແລະ ວາງທິດທາງແຜນການປີ 2021 ໃນວັນທີ 19 ມັງກອນນີ້ວ່າ: ເລັ່ງປັບປຸງຄຸນນະພາບຂອງການປະເມີນຜົນໂຄງການລົງທຶນຂອງລັດກ່ອນເອົາເຂົ້າແຜນລົງທຶນລັດໃນແຕ່ລະໄລຍະ, ປັບປຸງຮ່າງດຳລັດວ່າດ້ວຍລະຫັດສາລະບານ, ຂໍ້ກຳນົດການເຜີຍແຜ່ຂໍ້ມູນສະຖິຕິທາງການ, ຄາດຄະເນຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ປະຈຳປີ 2020 ແລະ ຄາດຄະເນປີ 2021 ແລະ ວິທີການຈັດຕັ້ງປະຕິບັດການສຳຫລວດຄົວເຮືອນປະຈຳປີ 2021. ພ້ອມເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕາມຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນໜ່ວຍງານເສດຖະກິດມະຫາພາກ ເພື່ອຈັດຕັ້ງປະຕິບັດຕາມມາດຕະການແກ້ໄຂດ້ານເສດຖະກິດ, ການເງິນ ແລະ ເງິນຕາ, ຄົ້ນຄວ້າຮ່າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021-2030, ຄົ້ນຄວ້າປັບປຸງດຳລັດວ່າດ້ວຍລະບຽບການຄຸ້ມຄອງ ແລະ ການສົ່ງເສີມການລົງທຶນເຂດສະຫວັນ-ເຊໂນ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາພັດທະນາໂຄງການບັນດາເຂດເສດຖະກິດພິເສດອື່ນໆອີກ ໄປຄຽງຄູ່ກັບການລະດົມ ແລະ ຂົນຂວາຍແຫລ່ງທຶນຊ່ວຍເຫລືອທາງການເພື່ອການພັດທະນາ.









