ປະເທດເຮົາພົນລະເມືອງພິການແຕ່ກຳເນີດກວມອັດຕາສ່ວນສູງ
ຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 4 ໃນປີ 2015 ໃຫ້ຮູ້ວ່າ: ພົນລະເມືອງພິການໃນລາວແຕ່ກຳເນີດກວມອັດຕາສ່ວນສູງ, ຊຶ່ງໃນເວລານັ້ນ ທົ່ວປະເທດເຮົາມີຫລາຍກ່ວາ 160 ພັນຄົນ ແລະ ສ່ວນຫນຶ່ງແມ່ນໄດ້ຮັບຜົນກະທົບຈາກສົງຄາມ ແລະ ລະເບີດບໍ່ທັນແຕກ ແລະ ການເຈັບປ່ວຍອື່ນໆອີກ.
ພາບປະກອບ
ໃນນັ້ນແຂວງທີ່ຫລາຍກວ່າໝູ່ຄື: ສະຫວັນນະເຂດ ມີສູງເຖິງ 16.783 ຄົນ, ນະຄອນຫລວງວຽງຈັນ ມີ 16.373 ຄົນ, ຫລວງພະບາງ 16.125 ຄົນ, ຈຳປາສັກ 14.137 ຄົນ, ແຂວງ ວຽງຈັນ 10.763 ຄົນ, ສາລະວັນ 10.580 ຄົນ, ໄຊຍະບູລີ 9.996 ຄົນ, ອຸດົມໄຊ 9.933 ຄົນ, ຄໍາມ່ວນ 9.575 ຄົນ, ຫົວພັນ 8.165 ຄົນ, ຊຽງຂວາງ 5.947 ຄົນ, ບໍລິຄໍາໄຊ 5.569 ຄົນ, ບໍ່ແກ້ວ 5.355 ຄົນ, ຜົ້ງສາລີ 5.170 ຄົນ, ຫລວງນໍ້າທາ 5.146 ຄົນ, ອັດຕະປື 4.579 ຄົນ, ເຊກອງ 3.550 ຄົນ ແລະ ແຂວງໄຊສົມບູນ ມີ 2.955 ຄົນ.
ຊຶ່ງຜູ້ພິການ ເຫລົ່ານີ້ ມີຜົນກະທົບບໍ່ຫນ້ອຍຕໍ່ການແກ້ໄຂຄວາມທຸກຍາກຂອງຄອບຄົວເຂົາເຈົ້າ.