ຜົນວິໄຈເບື້ອງຕົ້ນຊີ້ ວັກຊີນຂອງ Pfizer-BioNTech ມີປະສິດທິພາບຕ້ານເຊື້ອໂຄວິດ-19 ສາຍພັນອັງກິດ
ບໍລິສັດ Pfizer ແລະ BioNTech ເຜີຍຜົນສຶກສາວິໄຈເບື້ອງຕົ້ນຈາກຫ້ອງປະຕິບັດການຂອງທາງບໍລິສັດ ພົບວ່າວັກຊີນຕ້ານໂຄວິດ-19 ທີ່ທັງສອງບໍລິສັດຮ່ວມກັນພັດທະນານັ້ນ ມີປະສິດທິພາບໃນການຕ້ານທານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ສາຍພັນທີ່ພົບໃນອັງກິດ.
ໄວຣັສໂຄວິດ-19 ສາຍພັນອັງກິດ ເຊິ່ງມີຊື່ເອີ້ນວ່າ: B.1.1.7 ມີອັດຕາການກາຍພັນຫລາຍ ແລະ ແຜ່ລະບາດໄດ້ວ່ອງໄວກວ່າປົກກະຕິເຖິງ 70% ເຊິ່ງເຮັດໃຫ້ເກີດຄວາມກັງວົນວ່າ ມັນອາດເອົາຕົວລອດຈາກລະບົບພູມຄຸ້ມກັນທີ່ສ້າງຂຶ້ນໂດຍວັກຊີນຕ້ານໂຄວິດ-19 ທີ່ກຳລັງແຈກຢາຍນຳໃຊ້ໄປທົ່ວໂລກ ເຊິ່ງວັກຊີນສ່ວນຫລາຍທີ່ມີການເລີ່ມນຳໃຊ້ໃນຕອນນີ້ ຄືວັກຊີນຈາກ Pfizer ແລະ BioNTech.
ສ່ວນນັກວິໄຈປະຈຳສຳນັກງານໃຫຍ່ BioNTech ຢູ່ເມືອງໄມ ຂອງເຢຍລະມັນ ຊີ້ວ່າ: ຜົນວິໄຈໄວຣັສໂຄວິດ-19 ກາຍພັນ ທຸກສາຍພັນໃນຫລອດທົດລອງ ພົບວ່າມັນຖືກຢັບຢັ້ງການລະບາດໄດ້ໂດຍພູມຄຸ້ມກັນໃນເລືອດຂອງຜູ້ຕິດເຊື້ອ 16 ຄົນ ທີ່ໄດ້ຮັບວັກຊີນຈາກການທົດລອງທາງຄລີນິກກ່ອນໜ້ານີ້ ໂດຍເຄິ່ງໜຶ່ງຂອງຜູ້ໄດ້ຮັບວັກຊີນມີອາຍຸເກີນ 55 ປີ.
ຂໍ້ມູນໃນເອກະສານຂອງ Pfizer ແລະ BioNTech ທີ່ຍັງບໍ່ຜ່ານການກວດສອບຈາກຜູ້ຊ່ຽວຊານລະບຸວ່າ: ບໍ່ພົບຄວາມແຕກຕ່າງທາງຊີວະພາບທີ່ສຳຄັນໃນການຢັບຢັ້ງໄວຣັສກາຍພັນດັ່ງກ່າວ. ຂະນະທີ່ຜູ້ຂຽນເອກະສານເຕືອນເຖິງຄວາມຈຳເປັນໃນການເຝົ້າຕິດຕາມວິວັດທະນາການ ແລະ ການປ່ຽນແປງຂອງເຊື້ອໂຄວິດ-19 ເພື່ອໃຫ້ແນ່ໃຈວ່າວັກຊີນທີ່ມີຢູ່ໃນປັດຈຸບັນຍັງສາມາດປ້ອງກັນການຕິດເຊື້ອໄດ້.
ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ກຸ່ມນັກວິທະຍາສາດໃນອາຟຣິກາໃຕ້ເຕືອນວ່າ: ວັກຊີນຕ້ານໂຄວິດ-19 ທີ່ມີຢູ່ ອາດມີປະສິດທິພາບຫລຸດໜ້ອຍລົງ ເມື່ອພົບກັບໄວຣັສໂຄວິດ-19 ກາຍພັນ 501Y.V2 ເຊິ່ງເປັນສາຍພັນໃໝ່ທີ່ແຜ່ລະບາດຮຸນແຮງກວ່າສາຍພັນອັງກິດ ແລະ ກຳລັງເຮັດໃຫ້ເກີດການແຜ່ລະບາດຮຸນແຮງຮອບສອງໃນອາຟຣິກາໃຕ້.
ໂດຍທ່ານ ຊາລິມ ອັບດຸນ ຄາຣິມ ຫົວໜ້າທີ່ປຶກສາດ້ານໂຄວິດ-19 ຂອງລັດຖະບານອາຟຣິກາໃຕ້ ລະບຸວ່າ: ຍັງບໍ່ພົບຫລັກຖານຈະແຈ້ງວ່າວັກຊີນຕ້ານໂຄວິດ-19 ທີ່ມີຢູ່ນັ້ນ ມີປະສິດທິພາບຕ້ານທານເຊື້ອ ໄວຣັສສາຍພັນ 501Y.V2 ຫລື ບໍ່.