ລູກສາວຂອງ ທຣຳ ໄຫ້ເມື່ອເຫັນພໍ່ໝົດວາລະ
ສຳນັກຂ່າວໜັງສືພິມ New York Daily News ລາຍງານເມື່ອວັນທີ 21 ມັງກອນນີ້ວ່າ ທຣຳ ພ້ອມດ້ວຍຄອບຄົວຂອງເຂົາ ມີນາທີທີ່ລະທຶກໃຈ ໃນເມື່ອຍົກຍ້າຍອອກຈາກນະຄອນຫຼວງ ວໍຊິງຕັນ ດີຊີ ດ້ວຍເຄື່ອງບິນ.
ລູກສາວກົກຂອງ ທຣຳ Ivanka Trump ຊຶ່ງບໍ່ສາມາດທີ່ຈະຫ້າມນໍ້າຕາໄວ້ໄດ້ ເມື່ອເຫັນເວລານາທີສຸດທ້າຍຂອງຜູ້ເປັນພໍ່ຕ້ອງ ອ່ານບົດລາໜ້າທີ່ຢູ່ສະຖານທັບແຫ່ງໜຶ່ງໃນເມືອງ Andrews ໃນລັດ Maryland.
ພາຍຫຼັງໝົດວາລະ, ທຣຳ ຈະພ້ອມກັບສະມາຊິກຄອບຄົວຈະຍ້າຍໄປຢູ່ທີ່ Palm Beach, ລັດ Florida ເພື່ອເລີ່ມຕົ້ນຊີວິດໃໝ່. Ivanka Trump ຂຽນໄວ້ໃນຊົງຈຳໄວ້ວ່າ: “ຕະຫຼອດໄລຍະ 4 ປີ ເປັນໄລຍະເວລາທີ່ເຕັມໄປດ້ວຍຄວາມປະທັບໃຈ. ຕົນເອງໄດ້ໄປເກືອບໝົດທຸກລັດ ແລະ ຫຼາຍສິບປະເທດໃນໂລກ, ຂ້າພະເຈົ້າມີຄວາມຮູ້ສຶກທີ່ເລິກເຊິ່ງ ກັບປະຊາຊົນຊາວອາເມລິກາ”.
ຂອບໃຈທຸກທ່ານທີ່ໃຫ້ການສະໜັບສະໜູນກັບຂ້າພະເຈົ້າ. ຂ້າພະເຈົ້າອອກຈາກ ນະຄອນຫຼວງວໍຊິງຕັນໄປ ດ້ວຍຄວາມເບິກບານມ່ວນຊື່ນ ແຕ່ກໍເຕັມໄປດ້ວຍຄວາມອາໄລ