ວຸດທິສະພາອາເມລິກາລົງຄະແນນຮັບຮອງນາງ ແອຟຣິລ ເຮນ ເປັນຜູ້ອຳນວຍການໜ່ວຍຂ່າວລັບເພດຍິງຄົນທຳອິດໃນປະຫວັດສາດ
ນາງ ແອຟຣິລ ເຮນ ສ້າງປະຫວັດສາດໜ້າໃໝ່ ເປັນແມ່ຍິງຄົນທຳອິດທີ່ໄດ້ດຳລົງຕຳແໜ່ງຜູ້ອຳນວຍການຂ່າວລັບແຫ່ງຊາດຂອງອາເມລິກາ ຫລັງທ່ານ ໂຈ ໄບເດນ ປະທານາທິບໍດີຄົນໃໝ່ ໄດ້ສະເໜີຊື່ນາງ ແລະ ວຸດທິສະພາລົງມະຕິຮັບຮອງດ້ວຍຄະແນນສຽງ 84 ຕໍ່ 10 ໃນວັນທີ 20 ມັງກອນ.
ຫລັງພິທີສາບານຮັບຕຳແໜ່ງຂອງທ່ານ ໄບເດນ, ສະມາຊິກວຸດທິສະພາໄດ້ປະຊຸມກັນຕໍ່ ເພື່ອລົງມະຕິຮັບຮອງບຸກຄົນທີ່ໄດ້ຮັບການສະເໜີຊື່ໃນຄະນະບໍລິຫານຊຸດໃໝ່ຂອງທ່ານ ໄບເດນ ເຊິ່ງຄະແນນໂຫວດທີ່ບໍ່ເຫັນພ້ອມກັບການເຮັດໜ້າທີ່ຂອງນາງ ເຮນ ທັງ 10 ສຽງ ລ້ວນມາຈາກ ສ.ວ ພັກຣີພັບລິກັນ ໂດຍຫລັງຈາກນີ້ການຮັບຮອງບຸກຄົນອື່ນໆອາດບໍ່ວ່ອງໄວແບບນາງ ເຮນ ຈົນກວ່າທ່ານ ມິດ ແມກຄອນເນລ ຜູ້ນຳ ສ.ວ ພັກຣີພັບລິກັນ ກັບທ່ານ ຊັກ ຊູເມີ ຜູ້ນຳ ສ.ວ ພັກເດໂມແຄຣດ ຈະຫາທາງອອກຮ່ວມກັນໄດ້ກ່ຽວກັບອຳນາດໃນສະພາສູງ.
ທ່ານ ມາໂກ ຣູບິໂອ ຮັກສາການປະທານຝ່າຍຣີພັບລິກັນຂອງຄະນະກຳມາທິການການຂ່າວຂອງວຸດທິສະພາ ລະບຸໃນຄຳຖະແຫລງວ່າ: ສັດຕູຂອງພວກເຮົາຈະບໍ່ພຽງຢືນເບິ່ງ ແລະ ລໍຖ້າລັດຖະບານໃໝ່ແຕ່ງຕັ້ງບຸກຄົນນັ່ງຕັ່ງສຳຄັນນີ້ ແລະ ຂ້າພະເຈົ້າມີຄວາມຍິນດີທີ່ເພື່ອນ ສ.ວ ຮີບຮ້ອນຮັບຮອງຜູ້ອຳນວຍການນາງ ເຮນ ໃນຕຳແໜ່ງສຳຄັນນີ້.
ສຳລັບຜູ້ອຳນວຍການຂ່າວແຫ່ງຊາດນັ້ນ ຖືເປັນເຈົ້າໜ້າທີ່ຂ່າວລະດັບສູງສຸດຂອງປະທານາທິບໍດີ ແລະ ເປັນຜູ້ນຳໜ່ວຍງານທີ່ປະສານງານກັບຊຸມຊົນຂ່າວທັງໝົດ ເຊິ່ງປະກອບມີ 17 ໜ່ວຍງານ ແລະ ອົງກອນ.
ໃນລະຫວ່າງການພິຈາລະນາຮັບຮອງໃນກອງປະຊຸມຄະນະກຳມາທິການ ເມື່ອວັນທີ 19 ມັງກອນຜ່ານມາ, ນາງ ເຮນ ກ່າວວ່າ: ອາເມລິກາຄວນມີ “ທ່າທີທີ່ແຂງແກ່ນ” ຕໍ່ໄພຄຸກຄາມທີ່ເກີດຈາກຈີນ.
ນາງຍັງບອກຄະນະກຳມາທິການ ອີກວ່າ: ທ່ານ ໄບເດນ ເນັ້ນໃຫ້ຫາທາງແກ້ໄຂຕໍ່ອາຊະຍາກຳໄຊເບີຈາກກໍລະນີການຮັກ SolarWinds ທີ່ສົ່ງຜົນກະທົບຕໍ່ໜ່ວຍງານລັດຖະບານ ແລະ ຂະແໜງທຸລະກິດເມື່ອມໍ່ໆນີ້ ເຊິ່ງຣັດເຊຍປະຕິເສດວ່າບໍ່ໄດ້ຢູ່ເບື້ອງຫລັງເຫດການດັ່ງກ່າວ.









