ຊາຍຜູ້ລຶກລັບ ໄປເຄົາລົບສຸສານຂອງລູກຊາຍ ໄບເດັນ
January 21, 2021 - 3:27 PM
ໜັງສືພິມ USA Today ລາຍງານ ວັນທີ 21 ມັງກອນນີ້ວ່າ ໃນຂະນະທີ່ ໂຈໄບເດັນກຳລັງ ອ່ານບົດສະບານຕົວຮັບຕຳແໜ່ງຢູ່ນັ້ນ ມີຊາຍລຶກລັບຄົນໜຶ່ງ ໄປທີ່ສຸສານຂອງລູກຊາຍ ໄບເດັນ Beau Biden, ແລ້ວຂຸເຂົ່າລົງພ້ອມທັງຍໍມືນົບໄຫວ້ ແລະ ເຂົາອອກໄປ ພາຍຫຼັງ ໄບເດັນ ສະບານຕົວຮັບຕຳແໜ່ງສຳເລັດລົງ.
ມາເຖິງຂະນະນີ້ ຍັງບໍ່ຮູ້ວ່າ ຊາຍຄົນນັ້ນ ແມ່ນໃຜກັນແທ້? ມາແຕ່ໃສ? ແຕ່ໜັງສືພິມ USA Today ໃຫ້ຮູ້ເພີ່ມເຕີມວ່າ ເຂົາຄື Delaware ພະນັກງານ ໄອຍະການຂອງສະຫະລັດ ທັງເປັນນັກຮົບພິທັກປິຕຸພູມແຫ່ງຊາດ.
Beau Biden ເສຍຊີວິດປີ 2015 ດ້ວຍພະຍາດ ມະເຮັງ. ໃນບົດຄຳປາໄສມໍ່ໆ ມານີ້ ໄບເດັນເວົ້າວ່າ ແມ່ນແທ້ຕ້ອງແມ່ນລູກຊາຍຂອງຂ້ອຍເປັນຜູ້ຊີງໄຊປະທານາທິບໍດີ, ແຕ່ຍ້ອນຄວາມເສົ້າໂສກເສຍໃຈທີ່ສູນເສຍລູກຊາຍ ຕົນເອງຈຶ່ງໄດ້ລົງຊີງຕຳແໜ່ງປະທານາທິບໍດີໃນປີ 2016.