ເຊກອງ ກວດພົບເຫລົ້າປອມຈຳນວນຫລາຍ
January 21, 2021 - 3:39 PM
ໃນວັນທີ 20 ມັງກອນນີ້, ຂະແໜງຊັບສິນທາງປັນຍາ, ມາດຖານ ແລະ ການວັດແທກແຂວງເຊກອງ ໄດ້ປະສານສົມທົບກັບຂະແຫນງການກ່ຽວຂ້ອງແຂວງໄດ້ ລົງກວດກາສິນຄ້າປອມແປງລອກຮຽນແບບ ໃນຕະຫລາດເທດສະບານແຂວງເຊກອງ ທັງໝົດ 10 ຮ້ານ ແລະ ພົບເຫັນເຫລົ້າປອມລອກຮຽນແບບຂອງສຸດຍອດເຫລົ້າຕົ້ມວຽງຈັນ ກາຍົກໂປ້ ຈຳນວນ 960 ແກັດ ຄິດເປັນມູນຄ່າຫລາຍກວ່າ 40 ລ້ານກີບ. ດັ່ງນັ້ນ, ທາງຄະນະກຳມະການ ຈຶ່ງໄດ້ເຮັດບົດບັນທຶກໄວ້ກັບຜູ້ມີຄອບຄອງເຫລົ້າປອມແປງດັ່ງກ່າວເພື່ອເປັນຫລັກຖານ.









