ເປີດຂະບວນການຄວບຄຸມ ແລະ ກວດກາສານພິດຕົກຄ້າງໃນພືດຜັກ-ໝາກໄມ້
ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບຕະຫລາດລາວ-ອົກຊີ ໄດ້ເປີດຂະບວນການຄວບຄຸມຄຸນນະພາບ ແລະ ກວດກາສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ຂຶ້ນໃນວັນທີ 20 ມັງກອນນີ້ ຢູ່ຕະຫລາດເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເພື່ອເປັນການຜັນຂະຫຍາຍຄໍາສັ່ງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການຄຸ້ມຄອງຄຸນນະພາບພືດ ແລະ ຜະລິດຕະພັນພືດຢູ່ໃນທ້ອງຕະຫລາດຕ່າງໆ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ໃນໄລຍະຜ່ານມາເຫັນວ່າການນໍາເຂົ້າສິນຄ້າ ໂດຍສະເພາະຫມາກໄມ້ ແລະ ພືດພັກມີຄວາມປອດໄພດີຂຶ້ນ ເນື່ອງຈາກວ່າພວກເຮົາມີຄວາມເຂັ້ມງວດໃນການກວດກາຄຸນນະພາບ ແລະ ຄວບຄຸມສານພິດຕົກຄ້າງຕ່າງໆຢູ່ໃນບັນດາຕະຫລາດ, ສາງເຢັນ, ດ່ານນໍາເຂົ້າ ແລະ ຕະຫລາດກະສິກໍາອິນຊີ ເພື່ອແນໃສ່ໃຫ້ຜູ້ບໍລິໂພກມີຄວາມປອດໄພ.
ການກວດຫາສານເຄມີຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ຢູ່ຕະຫລາດລາວ-ອົກຊີຄັ້ງນີ້ ສາມາດເກັບກໍາໄດ້ 15 ຕົວຢ່າງ ທີ່ພົບສານເຄມີຕົກຄ້າງໃນປະລິມານໜ້ອຍຢູ່ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ, ສ່ວນຕະຫລາດອື່ນໆແມ່ນຈະເນີນການກວດກາໃນມື້ຕໍ່ໄປ.










