ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ

ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ - GettyImages 1230716064 - ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ
ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ - kitchen vibe - ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ

ປະທານາທິບໍດີ ​ໂຈ ​ໄບ​ເດນ ຂອງ​ອາ​ເມ​ລິ​ກາ ​ເດີນ​ໜ້າມື້ທຳ​ອິດ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ເຕັມ​ຮູບ​ແບບ​ຢູ່​ທຳນຽບຂາວ ​ໃນ​ວັນ​ທີ 21 ມັງກອນ ດ້ວຍ​ການ​ລົງ​ນາມ​ຄຳ​ສັ່ງ​ພິ​ເສດ 10 ສະບັບ ຕາມ​ແຜນ​ຍຸດ​ທະ​ສາດ​ຊາດ ​ເພື່ອ​ຮັບ​ມື​ພະຍາດ​ໂຄ​ວິດ-19 ທີ່​ກຳລັງ​ແຜ່​ລະບາດ​ໜັກ​ທົ່ວ​ປະ​ເທດ ຄ້າຍຄື​ແຜນ​ຮັບ​ມື​ສະຖານະ​ການ​ໃນ​ສະພາບ​ສົງຄາມ.

​ແຜນ​ຮັບ​ມື​ໂຄ​ວິດ-19 ດັ່ງກ່າວ ປະກອບ​ມີ​ການ​ເລັ່ງ​ໃຫ້​ວັກ​ຊີ​ນປະຊາຊົນ, ​ເພີ່​ມການກວດ​ເຊື້ອ​ແນວ​ບຸກ ​ແລະ ບັງຄັບ​ໃຫ້​ຜູ້​ທີ່​ເດີນທາງ​ເຂົ້າອາ​ເມ​ລິ​ກາ​ຕ້ອງ​ສະ​ແດງ​ເອກະສານ​ຢືນຢັນ​ຜົນ​ກວດ​ໂຄ​ວິດ-19 ​ເປັນ​ລົບ​ກ່ອນ​ເດີນທາງ ​ແລະ ຕ້ອງ​ກັກ​ຕົວ 14 ວັນ ​ເມື່ອ​ເດີນທາງ​ມາ​ເຖິງ. ນອກຈາກ​ນີ້ ຈະ​ມີ​ການ​ອອກ​ກົດໝາຍ​ສຸກ​ເສີນ​ເພື່ອ​ເ​ພີ່​ມກຳລັງ​ການ​ຜະລິດ​ອຸປະກອນ​ທີ່​ຈຳ​ເປັນ​ເຊັ່ນ: ຜ້າ​ອັດ​ປາກ-ດັງ.

ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ - Visit Laos Visit SALANA BOUTIQUE HOTEL - ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ

ຂະນະ​ທີ່​ທ່ານ ​ໄບ​ເດນ ຢືນຢັນ​ວ່າ: ​ແຜນ​ຮັບ​ມື​ດັ່ງກ່າວ ​ເຊິ່ງມີ​ເອກະສານ​ຈຳນວນ 198 ໜ້າ ​ແລະ ​ເຜີຍ​ແຜ່​ທາງ​ເວັບ​ໄຊ WhiteHouse.gov ຈະ​ຢຶດໝັ້ນຫລັກ​ວິທະຍາສາດ ​ແລະ ຂໍ້​ມູນ​ຄວາມ​ຈິງ ບໍ່​ແມ່ນ​ການ​ເມືອງ.

​ແຜນ​ຮັບ​ມື​ໂຄ​ວິດ-19 ຂອງ​ທ່ານ ​ໄບ​ເດນ ຈະ​ເລີ່​ມຕົ້ນດ້ວຍ​ໂຄງການ​ສັກ​ວັກ​ຊີ​ນ​ປະຊາຊົນ​ໃຫ້​ໄດ້​ຕາມ​ເປົ້າໝາຍ 100 ລ້ານ​ໂດ​ສ ພາຍ​ໃນ 100 ວັນ​ທຳ​ອິດ ຫລັງ​ຮັບ​ຕຳ​ແໜ່​ງ ​ເຊິ່ງຄວບ​ຄຸມ​ຈຳນວນ​ປະຊາກອນ 50 ລ້ານ​ຄົນ ທີ່​ຕ້ອງ​ສັກ​ຄົນ​ລະ 2 ​ໂດ​ສ.

ຂະນະ​ທີ່​ທ່ານ​ກ່າວ​ວ່າ: ​ແຜນ​ດຳ​ເນີນ​ງານ​ທັງ​ໝົດ​ພັດທະນາ​ໂດຍ​ອ້າງ​ອີງ​ຂໍ້​ມູນ​ຈາກ ດຣ. ​ແອນ​ໂທ​ນີ ​ເຟົາຊີ ຜູ້​ຊ່ຽວຊານ​ພະຍາດ​ຕິດ​ເຊື້ອ ​ແລະ ຫົວໜ້າ​ທີ​ມທີ່​ປຶກສາ​ດ້ານ​ໂຄ​ວິດ-19 ຂອງ​ທຳນຽບຂາວ ​ແລະ ທ່ານ ​ເຈ​ບ ​ໄຊ​ເອນ ຜູ້​ປະສານ​ງານ​ພິ​ເສດ​ດ້ານ​ໂຄ​ວິດ-19 ຂອງ​ທ່ານ ​ໄບ​ເດນ ​ເຊິ່ງທ່ານ ​ໄບ​ເດນ ກ່າວ​ວ່າ: ຊາວ​ອາ​ເມ​ລິ​ກາ​ຈະ​ໄດ້​ຮັບ​ຂໍ້​ມູນ​ດ້ານ​ໂຄ​ວິດ-19 ຈາກ ດຣ. ​ເຟົາຊີ ​ເຊິ່ງ​ເປັນ​ຜູ້​ຊ່ຽວຊານ ​ແລະ ນັກວິທະຍາສາດ​ທີ່​ແທ້​ຈິງ​ອີກ ຫລັງ​ຈາກ​ທ່ານ​ຖືກ​ຫລຸດ​ບົດບາດ​ລົງ​ໃນ​ຍຸກ​ອະດີດ​ປະທານາທິບໍດີ ​ໂດ​ນັລ ທຣຳ.

ທັງ​ນີ້, ທ່ານ ​ໄບ​ເດນ ​ເຕືອນ​ວ່າ​: ສະຖານະ​ການຈະ​ຮ້າຍ​ແຮງ​ອີກ​ກ່ອນ​ຈະ​ດີ​ຂຶ້ນ, ພ້ອມ​ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ໂຄ​ວິດ-19 ຢູ່​ອາ​ເມ​ລິ​ກາ ຈະ​ເພີ່ມ​ຂຶ້ນ​ເຖິງ 500.000 ຄົນ​ໃນ​ເດືອນ​ໜ້າ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າ​ຄຳ​ສັ່ງ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ບໍ່​ຕ້ອງ​ຜ່ານ​ການ​ລົງ​ຄະ​ແນນ​ຮັບຮອງ​ຈາກ​ສະພາ​ຄອງ​ເກຣດ, ​ແຕ່​ງົບປະມານ​ສ່ວນ​ຫລາຍ​ສຳລັບ​ແຜນ​ຮັບ​ມື​ໂຄ​ວິດ-19 ນັ້ນລວມຢູ່​ໃນ​ໂຄງການ​ຟື້ນຟູ​ເສດຖະກິດ ​ແລະ ຊ່ວຍ​ເຫລືອ​ຜູ້​​ໄດ້​ຮັບ​ຜົນ​ກະທົບ​ໂຄ​ວິດ-19 ຈຳນວນ 1,9 ຕື້​ໂດ​ລາ​ສະຫະລັດ ທີ່​ທ່ານ ​ໄບ​ເດນ ປະກາດ​ເມື່ອ​ອາທິດ​ຜ່ານ​ມາ.

​ເຊິ່ງໝາຍ​ຄວາມ​ວ່າ: ທ່ານ​ຍັງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ສະພາ​ຜູ້​ແທນ​ລາຊະ​ດອນ ​ແລະ ວຸດ​ທິສະພາ​ອາ​ເມ​ລິ​ກາ ​ເພື່ອ​ໃຫ້​ໂຄງການ​ງົບປະມານ​ດັ່ງກ່າວ​ຜ່ານ​ການ​ຮັບຮອງ​ຢ່າງ​ລາບ​ລື່ນ.

ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ - 5 - ໄບເດນ ລົງນາມ 10 ຄຳສັ່ງພິເສດ ເດີນໜ້າແຜນຍຸດທະສາດຊາດ ຮັບມືໂຄວິດ-19 ຢືນຢັນອີງວິທະຍາສາດຫລາຍກວ່າການເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!