ເບິ່ງບ້ານເຂົາເອົາບົດຮຽນ: ຕ້ອງຮັບຜິດຊອບຖ້າຫາກສະເໜີບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກບໍ່ຮັບປະກັນມາດຕະຖານ
ທ່ານ ຫງວຽນແທັງບິງ ກຳມະການສູນກາງພັກ, ຮອງຄະນະກຳມະການປະຈຳການ ຄະນະຈັດຕັ້ງສູນກາງພັກ ກອມມູນິດຫວຽດນາມ ປະກອບຄຳເຫັນກ່ຽວກັບ ກົດລະບຽບການເລືອກຕັ້ງຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກອມມູນິດຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງຜູ້ສະເໜີບຸກຄະລາກອນເຂົ້າໃນກຳມະການສູນກາງພັກ, ກົມການເມືອງ, ເລຂາທິການໃຫຍ່ ແລະ ຄະນະເລຂາທິການສູນກາງພັກ…
ໃຫ້ຄຳສຳພາດຕໍ່ສື່ມວນຊົນ ທ່ານ ຫງວຽນແທັງບິງ ໃຫ້ຮ້ວ່າ: ກຳມະການສູນກາງພັກສະໄໝທີ XIII ຕ້ອງຮັບປະກັນຄຸນນະພາບ, ມີບຸກຄະລາກອນ ແລະ ໂຄງປະກອບທີ່ເໝາະສົມ, ຮັບປະກັນລັກສະນະສືບທອດ, ມີຄວາມສະຫງົບ, ປ່ຽນແປງໃໝ່, ພັດທະນາຢ່າງຕໍ່ເນື່ອງ ແລະ ມີການໝູນວຽນທີ່ໝັ້ນທ່ຽງລະຫວ່າງຮຸ່ນຕໍ່ຮຸ່ນ.
ບົນພື້ນຖານດັ່ງກ່າວ, ວຽກງານກະກຽມບຸກຄະລາກອນໃນກອງປະຊຸມສູນກາງພັກຄັ້ງທີ 13, 14 ແລະ 15 ກຳມະການສູນກາງພັກສະໄໝທີ XII ໄດ້ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ແລະ ມີຄວາມເປັນເອກະພາບສູງລາຍຊື່ບຸກຄະລາກອນທີ່ຈະນຳສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເພື່ອກວດສອບ ແລະ ເລືອກຕັ້ງຕາມລະບຽບການທີ່ກຳນົດໄວ້.
ເຊິ່ງບັນຫານີ້ ນັບວ່າເປັນບົດຮຽນທີ່ພວກເຮົາຄວນນຳມາສຶກສາ ແລະ ເຍື່ອງໃສ່ການປະຕິບັດຂອງບ້ານເຮົາ ເຊິ່ງຈະເປັນປະໂຫຍດບໍ່ໜ້ອຍ.
Comment
Comments are closed.