Elon Musk ປະກາດຈະມອບເງິນລາງວັນ 100 ລ້ານໂດລາ ໃຫ້ຜູ້ພັດທະນາເຕັກໂນໂລຊີການດັກຈັບກາກບອນ
ອີລອນ ມັສ ມະຫາເສດຖີອັນດັບ 1 ຂອງໂລກ ຜູ້ບໍລິຫານຂອງ Tesla ແລະ SpaceX ໄດ້ປະກາດຜ່ານທະວິດເຕີສ່ວນຕົວຂອງລາວ (@elonmusk) ວ່າ: ຈະມອບເງິນລາງວັນມູນຄ່າ 100 ກວ່າລ້ານໂດລາສະຫະລັດ ໃຫ້ຜູ້ພັດທະນາເຕັກໂນໂລຊີດັກຈັບກາກບອນທີ່ມີປະສິດທິພາບດີທີ່ສຸດ (Carbon Capture Technology) ເຊິ່ງຈະເປີດເຜີຍລາຍລະອຽດຕ່າງໆອອກມາມໍ່ໆນີ້.
“ຂ້າພະເຈົ້າຈະບໍລິຈາກເງິນ 100 ລ້ານໂດລາ ເປັນເງິນລາງວັນສຳລັບເຕັກໂນໂລຊີການດັກຈັບກາກບອນດີທີ່ສຸດ ແລະ ຈະເປີດເຜີຍລາຍລະອຽດໃນອາທິດໜ້າ” ອີລອນ ມັສ ກ່າວ.
ການປະກາດຂອງ ອີລອນ ມັສ ໃນຄັ້ງນີ້ ເຖິງວ່າຈະຍັງເປັນພຽງການເອີ່ຍເຖິງໂຄງການດ້ານສິ່ງແວດລ້ອມເບື້ອງຕົ້ນ, ແຕ່ໜ້າສົນໃຈວ່າເມື່ອລາຍລະອຽດຕ່າງໆຖືກປະກາດອອກມາສົມບູນແລ້ວ ຄວາມຕັ້ງໃຈຂອງ ອີລອນ ມັສ ຈະຊ່ວຍສ້າງການປ່ຽນແປງດ້ານສິ່ງແວດລ້ອມໃຫ້ໂລກໜ່ວຍນີ້ໄດ້ຊໍ່າໃດ.
ສຳລັບໂຄງການທີ່ ອີລອນ ມັສ ເຮັດທັງ SpaceX (ເອົາຈະຫລວດກັບມານຳໃຊ້ໃໝ່) ແລະ Tesla ລົດຍົນພະລັງງານໄຟຟ້າ ລ້ວນແລ້ວແຕ່ເປັນຜະລິດຕະພັນທີ່ເຈາະກຸ່ມຕະຫລາດພະລັງງານໃໝ່ເກືອບທັງໝົດ ເຊິ່ງສອດຄ່ອງກັບນະໂຍບາຍຂອງປະທານາທິບໍດີອາເມລິກາຄົນໃໝ່ ໂຈ ໄບເດນ ທີ່ສະແດງອອກຈະແຈ້ງວ່າໃຫ້ຄວາມສຳຄັນຕໍ່ກຸ່ມທຸລະກິດພະລັງງານສະອາດ.