ຈີນໄດ້ຮັບການລົງທຶນຈາກ FDI ຫຼາຍເປັນປະຫວັດການ
ກະຊວງການຄ້າຂອງຈີນ(MOC) ໃຫ້ຮູ້ວ່າ ມູນຄ່າການລົງໂດຍກົງຈາກຕ່າງປະເທດ(FDI) ເຂົ້າໃນຈີນໃນປີ 2020 ປະຕິບັດໄດ້ເກືອບ 1.000 ຕື້ ຢວນ( ສະກຸນເງິນຂອງຈີນ).
ຂໍ້ມູນຈາກ MOC ໃຫ້ຮູ້ວ່າ FDI ລົງທຶນເຂົ້າໃນຈີນປີກາຍນີ້ ເພີ່ມ 6,2% ທຽບໃສ່ປີຜ່ານມາ, ມູນຄ່າສູງເຖິງ 999,98 ຕື້ ຢວນ, ຖ້າທຽບໃສ່ ໂດລາ ຕົວເລກດັ່ງກ່າວເພີ່ມຂຶ້ນ 4,5% ມູນຄ່າ 144,37 ຕື້ໂດລາ.
ມີທັງໝົດ 38.570 ຫົວໜ່ວຍທຸລະກິດທີ່ສ້າງຕັ້ງຂຶ້ນໃໝ່ໃນປີຜ່ານມາ ໄດ້ຮັບການລົງທຶນຈາກຕ່າງປະເທດ, ສະເລ່ຍແລ້ວຫຼາຍກວ່າ 100 ຫົວໜ່ວຍເກີດຂຶ້ນໃນແຕ່ລະວັນ.
ຂະແໜງການທີ່ໄດ້ຮັບການສະໜັບສະໜູນຫຼາຍກວ່າໝູ່ແມ່ນຂົງເຂດບໍລິການ ເທັກໂນໂລຊີສູງ, ໃນປີ 2020 ປະຕິບັດໄດ້ 776,8 ຕື້ຢວນ, ເພີ່ມຂຶ້ນ 13,9% ທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມເອົາ 77,7% ທຶນທັງໝົດ. ສະເພາະຂົງເຂດ R&D ແລະ ການບໍລິການອອກແບບເພີ່ມຂຶ້ນ 78,8%.
ເຖິງຢ່າງໃດກໍຕາມ, Zong ກ່າວເຕືອນວ່າ ສິ່ງທ້າທາຍທົດສອບຍັງຂວາງໜ້າຢູ່ ແລະ ຍັງຈະແກ່ຍາວ ເພາະປະເທດນີ້ຍັງປະເຊີນໜ້າກັບສະຖານະການທີ່ສັບສົນ, ແຕ່ຈີນກໍຍັງຈະສືບຕໍ່ເປີດປະຕູ ເພື່ອດຶງດູດການລົງທຶນ ແລະ ດັດປັບລະບົບບໍລີການຂອງຕົນໃຫ້ເໝາະສົມກັບນັກລົງທຶນຈາກຕ່າງປະເທດ.
Comment
Comments are closed.