ການນໍາເຂົ້າຢາປາບສັດຕູພືດ, ຝຸ່ນ ແລະ ເມັດພັນພືດ ຕ້ອງຕິດສະຫລາກໃຫ້ຖືກຕ້ອງ
January 22, 2021 - 3:16 PM
ໃນໄລຍະຜ່ານມາການນໍາເຂົ້າຜະລິດຕະພັນຢາປາບສັດຕູພືດ, ຝຸ່ນ, ແລະ ເມັດພັນພືດຈຳນວນຫນຶ່ງຍັງບໍ່ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົດ ເປັນຕົ້ນສະຫລາກບໍ່ເປັນພາສາລາວ, ບໍ່ມີຂໍ້ມູນ ຫລື ເຕັກນິກການນໍາໃຊ້ ເຮັດໃຫ້ຜູ້ບໍລິໂພກບໍ່ຮັບຮູ້ຂໍ້ມູນລະອຽດກ່ຽວກັບຜະລິດຕະພັນດັ່ງກ່າວ ຊຶ່ງອາດຈະເຮັດໃຫ້ເກີດຄວາມສ່ຽງຕໍ່ການນໍາໃຊ້ ບໍ່ຮັບປະກັນຄຸນນະພາບ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ. ດັ່ງນັ້ນ ເພື່ອແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ ຂະແໜງກະສິກໍາ ແລະ ປ່າໄມ້ ຈິ່ງໄດ້ອອກມາດຕະການໃຫ້ເຂັ້ມງວດໃນການປະຕິບັດລະບຽບການດັ່ງກ່າວຕື່ມອີກ, ຖ້າໃຜລະເມີດຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໄໝ ແລະ ຖອນໃບອະນຸຍາດດໍາເນີນທຸລະກິດ.