WHO ຄາດຈຳນວນຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 100 ລ້ານຄົນໃນທ້າຍເດືອນມັງກອນນີ້
ໃນວັນທີ 21 ມັງກອນ 2021, ທ່ານ ທີໂດສ ອັດຮານອມ ກີບຣີເຍຊຸສ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ຄາດການວ່າ: ຈຳນວນຜູ້ຕິດເຊື້ອພະຍາດໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ທົ່ວໂລກຈະສູງເຖິງ 100 ລ້ານຄົນໃນທ້າຍເດືອນມັງກອນ, ແຕ່ວັກຊີນອາດຊ່ວຍຄວບຄຸມການລະບາດໃຫຍ່ໄດ້.
ຂະນະທີ່ຮ່ວມປະຊຸມພິເສດຂອງຄະນະຜູ້ຊ່ຽວຊານທີ່ປຶກສາດ້ານຍຸດທະສາດ (SAGE) ກ່ຽວກັບການສ້າງພູມຄຸ້ມກັນ, ທ່ານ ກີບຣີເຍຊຸສ ລະບຸວ່າ: ມີຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດແລ້ວຫລາຍກວ່າ 2 ລ້ານຄົນ ແລະ ພາຍໃນເດືອນນີ້ ຈຳນວນຜູ້ຕິດເຊື້ອສະສົມທົ່ວໂລກອາດສູງເຖິງ 100 ລ້ານຄົນ.
ເຖິງຢ່າງໃດກໍດີ, ທ່ານ ກີບຣີເຍຊຸສ ລະບຸວ່າ: ວັກຊີນອາດຊ່ວຍຄວບຄຸມການລະບາດໃຫຍ່ໄດ້ ແລະ ການທີ່ໂລກສາມາດພັດທະນາ ແລະ ອະນຸມັດວັກຊີນທີ່ປອດໄພ ແລະ ມີປະສິດທິພາບຫລັງພົບເຊື້ອໄວຣັສພຽງບໍ່ຮອດປີນັ້ນ ເປັນຜົນສຳເລັດທາງວິທະຍາສາດອັນດີເລີດ ແລະ ເປັນແສງແຫ່ງຄວາມຫວັງທີ່ພວກເຮົາຕ້ອງການ.
ທ່ານ ກີບຣີເຍຊຸສ ກ່າວວ່າ: ປັດຈຸບັນ 50 ກວ່າປະເທດເລີ່ມດຳເນີນການສັກວັກຊີນ, ມີພຽງ 2 ປະເທດເທົ່ານັ້ນທີ່ບໍ່ແມ່ນປະເທດລາຍໄດ້ປານກາງ-ສູງ. ພ້ອມກ່າວອີກວ່າ: ທົ່ວໂລກຕ້ອງຮ່ວມມືກັນເພື່ອເຮັດໃຫ້ໝັ້ນໃຈວ່າຂະບວນການສັກວັກຊີນດຳເນີນໄປຢ່າງວ່ອງໄວ ແລະ ສະເໝີພາບ. ທ່ານ ກີບຣີເຍຊຸສ ກ່າວເນັ້ນວ່າ: ວັກຊີນເປັນພຽງປັດໄຈສົ່ງເສີມການຄວບຄຸມພະຍາດລະບາດເທົ່ານັ້ນ, ບໍ່ສາມາດທົດແທນມາດຕະການຂັ້ນພື້ນຖານດ້ານສາທາລະນະສຸກທີ່ປະຊາຊົນ, ທ້ອງຖິ່ນ ແລະ ລັດຖະບານຕ້ອງປະຕິບັດ ເພື່ອຢຸດການແຜ່ລະບາດຂອງພະຍາດ ໂດຍສະເພາະເມື່ອຫລາຍພື້ນທີ່ກວດພົບເຊື້ອໄວຣັສຊະນິດກາຍພັນທີ່ແຜ່ລະບາດຢ່າງວ່ອງໄວ.