ການຄຸ້ມຄອງສັດປ່າ ໃນເຂດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຍັງມີສິ່ງທ້າທາຍ
ພາຍຫລັງລັດຖະບານ ໄດ້ຍົກລະດັບປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ, ຂຶ້ນເປັນອຸ ທິຍານແຫ່ງຊາດ ແຕ່ປີ 2019 ເປັນຕົ້ນມາ, ໜຶ່ງໃນວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍທີ່ສຸດ ກໍຄື ການຕິດຕາມກວດກາ ແລະ ສະກັດກັ້ນຜູ້ລັກລອບລ່າສັດ ແລະ ຕັດໄມ້ໃນເຂດອຸທິຍານດັ່ງກ່າວ.
ທ່ານ ເອ່ວ ທະນູໄຊ ຫົວໜ້າທີມກວດກາລາດຕະເວນໃນເຂດອຸທິຍານ ໃຫ້ຮູ້ວ່າ: ອຸທິຍານແຫ່ງນີ້, ມີເນື້ອທີ່ 4 ແສນກວ່າເຮັກຕາ, ກວມເອົາ 10 ເມືອງ ຂອງ 3 ແຂວງ ຄື :ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ; ເມືອງວຽງຄໍາ, ປາກແຊງ ແລະ ເມືອງໂພນໄຊ ແຂວງຫລວງພະບາງ ແລະ ເມືອງພູກູູດ ແຂວງຊຽງຂວາງ. ມີປະຊາຊົນອາໄສຢູ່ຕິດແປະ ແລະ ໃກ້ຄຽງ ທັງໝົດ 107 ບ້ານ ລວມມີປະຊາກອນທັງໝົດ 35 ພັນກວ່າຄົນ. ອຸທິຍານແຫ່ງນີ້, ໄດ້ແບ່ງອອກເປັນ 3 ເຂດ ຄື: ເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງນໍາໃຊ້ ແລະ ເຂດກັນຊົນ. ຊຶ່ງຍ້ອນມີເນື້ອທີ່ກວ້າງໃຫຍ່ດັ່ງກ່າວ, ຈຶ່ງເຮັດໃຫ້ການປະຕິບັດວຽກງານປົກປັກຮັກສາ ແລະ ຄຸ້ມຄອງສັດປ່າມີຄວາມຫຍຸ້ງຍາກ ແລະ ທ້າທາຍສູງ, ອັນທີຫນຶ່ງແມ່ນຍ້ອນວ່າໃນປັດຈຸບັນ ທີມກວດ ກາລາດຕະເວນໃນເຂດອຸທິຍານແຫ່ງນີ້, ມີພຽງ 40 ກວ່າຄົນເທົ່ານັ້ນ, ໂດຍໄດ້ແບ່ງອອກເປັນ 8 ກຸ່ມເຊັ່ນ: 2 ກຸ່ມ ແມ່ນເວນຍາມປ້ອມ ແລະ ອີກ 6 ກຸ່ມ ແມ່ນລາດຕະເວນໄປຕາມປ່າໃນຕະຫລອດປີ, ເຊິ່ງບາງຄັ້ງ ກໍມີຄວາມສ່ຽງຖືກປະທະກັບຜູ້ລະເມີດໃນຫລາຍຮູບແບບ, ຂະນະດຽວກັນການບັງຄັບໃຊ້ກົດໝາຍ ຫລື ແກ້ໄຂຄະດີ ທີ່ເປັນການລັກລອບເຂົ້າໄປໃນເຂດອຸທິຍານ ຍັງບໍ່ມີຄວາມເດັດຂາດ ແລະ ເຂັ້ມງວດເທົ່າທີ່ຄວນຄືນັບແຕ່ເດືອນທັນວາ 2020 ມາຮອດຕົ້ນເດືອນມັງກອນ 2021 ນີ້ໄດ້ພົບເຫັນຜູ້ລະເມີດເຂົ້າໄປລັກລອບລ່າສັດປ່າ-ສັດນໍ້າ ແລະ ຕັດໄມ້ຫລາຍກວ່າ 40 ຄັ້ງ, ໂດຍຜູ້ກະທໍາຜິດສ່ວນໃຫຍ່ກໍແມ່ນປະຊາຊົນຢູ່ໃກ້ຄຽງ. ນອກນີ້, ຍັງມີເຈົ້າໜ້າທີ່ລັດ ແລະ ຊາວຕ່າງປະເທດອີກຈໍານວນໜຶ່ງ. ເວົ້າລວມແລ້ວ, ເຂດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແມ່ນມີຄວາມສໍາຄັນຫລາຍສໍາລັບສິ່ງທີ່ມີຊີວິດ ເປັນແຫລ່ງທີ່ສ້າງຄວາມສົດຊື່ນຍືນຍົງຂອງທໍາມະຊາດ, ປ່າໄມ້, ແຫລ່ງນໍ້າ ແລະ ຍັງຖືໄດ້ວ່າ ເປັນເຮືອນຫລັງສຸດທ້າຍຂອງສັດປ່ານາໆຊະນິດໄດ້ເພີ່ງພາອາໄສ. ປັດຈຸບັນ, ໃນອຸທິຍານແຫ່ງນີ້, ໄດ້ພົບເຫັນສັດກິນຊີ້ນປະເພດເສືອຫລາຍກວ່າ 9 ຊະນິດ, ສັດລ້ຽງລູກດ້ວຍນົມຫລາຍກວ່າ 50 ຊະນິດ, ສັດປີກປະມານ 300 ກວ່າຊະນິດ ແລະ ສັດປະເພດອື່ນໆ ເປັນຈໍານວນຫລາຍ.
ໃນຜ່ານມາເຖິງວ່າລັດຖະບານເຮົາ ຍັງບໍ່ໄດ້ ສະຫນອງງົບປະມານເຂົ້າໃນການປະຕິບັດວຽກງານບໍລິຫານ ແລະ ຄຸ້ມຄອງ ໃນອຸທິຍານດັ່ງກ່າວ, ແຕ່ກໍມີຫລາຍອົງການໄດ້ເຂົ້າໄປຊ່ວຍເຫລືອຄື ນັບແຕ່ປີ 2003 ເປັນຕົ້ນມາ ແມ່ນອົງການອານຸລັກສັດປ່າ (WCS) ໄດ້ເຂົ້າມາຮ່ວມມືກັບພາກລັດກ່ຽວຂ້ອງໃນການສ້າງ ນິຕິກໍາເພື່ອຄຸ້ມຄອງ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ສ້າງກິດຈະກໍາ ການທ່ອງທ່ຽວແບບຊຸມຊົນມີສ່ວນຮ່ວມ ແລະ ການຈັດສັນອາຊີບອື່ນແທນການຖາງປ່າ ແລະ ລ່າສັດຂອງປະຊາຊົນໃນເຂດອຸທິຍານດັ່ງກ່າວອີກດ້ວຍ.