ຈີນ ຄຸມເຂັ້ມ ການປະຮ້າງປອມເພື່ອຊື້ເຮືອນເພີ່ມ
January 25, 2021 - 2:38 PM
ກ່ອນໜ້ານີ້, ເສິນເຈິນອອກຂໍ້ກຳນົດວ່າ ແຕ່ລະຄອບຄົວ ມີສິດມີເຮືອນໄດ້ພຽງ 2 ຫຼັງເທົ່ານັ້ນ, ຈຶ່ງພາໃຫ້ເກີດມີບັນຫາປະຮ້າງປອມເກີດຂຶ້ນ ເພື່ອໃຫ້ໄດ້ສິດຊື້ເຮືອນຫຼັງໃໝ່ເພີ່ມເຕີມ.
ວັນທີ 14 ມັງກອນຜ່ານມານີ້, ເສິນເຈິນ ໄດ້ເຜີຍແຜ່ຂໍ້ກຳນົດໃໝ່ ວ່າດ້ວຍການຊື້ເຮືອນເພີ່ມເຕີມ, ໃນນັ້ນນັບທັງຄູ່ຜົວເມຍທີ່ໄດ້ແຍກທາງກັນແລ້ວ ເພື່ອຈຳກັດການຊື້ເຮືອນຫຼັງໃໝ່ ແລະ ທັງຈຳກັດການກູ້ຢືມເງິນ ເພື່ອຊື້ເຮືອນ.
ກ່ອນໜ້ານີ້, ເສິນເຈິນອອກຂໍ້ກຳນົດໃຫ້ແຕ່ລະຄອບຄົວມີເຮືອນໄດ້ພຽງ 2 ຫຼັງ, ເພາະສະນັ້ນ ຈຶ່ງພາໃຫ້ເກີດມີ ການປະຮ້າງປອມ ເພື່ອໃຫ້ມີສິດໄດ້ຊື້ເຮືອນໃໝ່ຕື່ມອີກ.
ນອກຈາກນີ້, ເສິນເຈິນຍັງຈະເກັບພາສີເຮືອນພາຍໃນ 5 ປີຫຼັງຊື້ ແທນຂໍ້ກຳນົດເກົ່າ ເກັບພາສີພຽງແຕ່ 2 ປີ. ທັງນີ້ກໍເພື່ອຈຳກັດການສວຍໂອກາດຊື້ເຮືອນເພີ່ມເຕີມ.