ອີຣານ ວາງເງື່ອນໄຂເຈລະຈາ ນິວເຄຣຍ
ໜັງສືພິມ ຕາເວັນອອກກາງລາຍງານ ເມື່ອວັນທີ 25 ມັງກອນນີ້ວ່າ ບັນດານັກການທູດຂອງ ອີຣານ ໄດ້ປຶກສາຫາລືກັບລັດຖະບານຂອງ ໂຈໄບເດັນ ກ່ຽວກັບການຟື້ນຟູຄືນຂໍ້ຕົກລົງ ນິວເຄຣຍ ພ້ອມທັງວາງເງື່ອນໄຂໃໝ່ອອກມາ 7 ເງື່ອນໄຂ.
ໂຈໄບເດັນ ໄດ້ສະແດງຄວາມສະໜັບສະໜູນ ໃຫ້ກັບຄືນມາໃນໂຄງການນິວເຄຣຍສາກົນ ຊຶ່ງອະດີດປະທານາທິບໍດີ ໂດນັລທຣຳ ໄດ້ຖອນຕົວອອກໃນປີ 2018 ຜ່ານມາ. ບັນດາເຈົ້າໜ້າທີ່ໃນລັດຖະບານໃໝ່ ຂອງໄບເດັນ ກຳລັງດຳເນີນການເຈລະຈາກັບຕົວແທນຂອງ ອີຣານຢູ່.
ເງື່ອນໄຂທຳອິດ ທີ່ທາງການ ອີຣານ ວາງອອກກໍຄື ອີຣານຈະບໍ່ຍອມຮັບການຜ່ອນຜັນການລົງໂທດສ່ວນໃດສ່ວນໜຶ່ງ. ເຕເຮຣານ ຢືນຢັນວ່າ ສະຫະລັດຕ້ອງປະຕິບັດຕາມທຸກເງື່ອນໄຂຂອງຂໍ້ຕົກລົງ ສາກົນ, ຊຶ່ງໃນນັ້ນລວມທັງບັນຫາຍົກເລີກການປິດລ້ອມທັງໝົດຕໍ່ອີຣານ.
ເງື່ອນໄຂທີສອງ: ທຸກບັນຫາທີ່ບໍ່ເຂົ້າແກັບເຂົ້າເກຍກັນ ຕ້ອງໄດ້ປຶກສາຫາລືກັນຢູ່ໃນກອບຂອງຄະນະເຈລະຈາ. ໜຶ່ງໃນບັນຫາບໍ່ລົ່ງລອຍກັນໃນຂະນະນີ້ ແມ່ນການຮຽກຮ້ອງຂອງຝ່າຍອີຣານ ໃຫ້ສະຫະລັດ ໃຊ້ແທນຄືນຜົນເສຍຫາຍທັງໝົດ ທີ່ໄດ້ຮັບຈາກການ ຈີກສັນຍານິວເຄຣຍ ແລະ ການລົງໂທດຂອງອະດີດປະທານາທິບໍດີ ໂດນັລທຣຳ ສ້າງຂຶ້ນ.
ເງື່ອນໄຂທີສາມ: ເຕເຮຣານ ຈະບໍ່ຍອມຮັບການນຳໃຊ້ບັນດາມາດຕາຂອງຂໍ້ຕົກລົງນິວເຄຣຍ ເພື່ອແກ້ໄຂບັນຫາເປັນແຕ່ລະອັນສະເພາະ, ເຊັ່ນວ່າ ບັນຫາໂຄງການລູກສອນໄຟ ແລະ ການເຄື່ອນໄຫວຂອງ ເຕເຮຣານ ຢູ່ ຕ່າງປະເທດ.
ເງື່ອນໄຂທີສີ່: ບໍ່ໃຫ້ມີສະມາຊິກເພີ່ມເຕີມອີກໃນຄະນະເຈລະຈາ ສາກົນ ນັບທັງບັນດາປະເທດ ອາຣັບ, ນອກຈາກ ອີຣານ ກັບ ກຸ່ມ P5+1 ຊື່ງລວມມີ: ສະຫະລັດອາເມລິກາ, ລັດເຊຍ, ຈີນ, ຝຣັ່ງ, ອັງກິດ ແລະ ເຢຍລະມັນ ເທົ່ານັ້ນ.
ເງື່ອນໄຂທີ ຫ້າ: ເລື່ອງຄວາມກັງວົນຂອງບັນດາປະເທດໃນຂົງເຂດນັ້ນ ແມ່ນໃຫ້ປຶກສາຫາລືເປັນບັນຫາສະເພາະ ບໍ່ໃຫ້ເອົາລວມເຂົ້າໃນໂຄງການເຈລະຈາ ນິວເຄຣຍ ຂອງອີຣານ.
ເງື່ອນໄຂທີຫົກ: ເຖິງແມ່ນ ອີຣານ ຈະບໍ່ຕຽມພ້ອມການເຈລະຈາບັນຫາລູກສອນໄຟກໍຕາມ ແຕ່ ອີຣານ ຍອມຮັບການເຈລະຈາກ່ຽວກັບຂອບການຄວບຄຸມອາວູດຢູ່ໃນພາກພື້ນ ພາຍໃຕ້ການຕິດຕາມຢ່າງໃກ້ສິດຂອງ ສະຫະປະຊາຊາດ, ພິເສດແມ່ນຄວາມເປັນຫວ່ງການພັດທະນາລູກສອນໄຟ ແລະ ນິວເຄຣຍຂອງ ອິດສະລາເອວ.
ເງື່ອນໄຂທີເຈັດ: ອີຣານຈະບໍ່ເຫັນດີນຳວິທີການແກ້ໄຂໃຫ້ກັບ 2 ລັດ ອິດສະລາເອວ ແລະ ປາແລດສະຕີນ. ບັນດາປະເທດ ມຸດສະລີມ ຮຽກຮ້ອງໃຫ້ສະຫະປະຊາຊາດ ຕ້ອງທາບທາມຢັ່ງຫາງສຽງຂອງປະຊາຊົນ ຢິວ ແລະ ປາແລດສະຕີນ ກ່ຽວກັບບັນຫາດັ່ງກ່າວ.