ພະແນກສາທາລະນະສຸກແຂວງສະຫວັນນະເຂດເຕືອນ ໃຫ້ທຸກຄົນເຝົ້າລະວັງພະຍາດໄຂ້ເລືອດອອກ ປັດຈຸບັນພົບຜູ້ຕິດເຊື້ອແລ້ວ 312 ຄົນ


ໃນບໍ່ດົນມານີ້, ຫົວໜ້າພະ ແນກສາທາລະນະສຸກແຂວງສະ ຫວັນນະເຂດໄດ້ອອກມາເຕືອນ ວ່າ: ປັດຈຸບັນສະພາບການແຜ່ ລະບາດຂອງພະຍາດໄຂ້ເລືອດ ອອກຢູ່ທົ່ວແຂວງເຫັນ ວ່າ: ມີທ່າ ອ່ຽງເພີ່ມຂຶ້ນຄື: ນັບແຕ່ວັນທີ 1 ມັງກອນຫາວັນທີ 30 ເດືອນ ມິຖຸນານີ້, ມີຄົນເຈັບໄຂ້ເລືອດອອກ ສະສົມທັງໝົດ 312 ຄົນຢູ່ໃນ 107 ບ້ານ. ໃນນີ້ພົບຜູ້ຕິດເຊື້ອ ຫລາຍກວ່າ ໝູ່ແມ່ນເມືອງໄຊບູ ລີມີ 118 ຄົນ, ເມືອງອາດສະພັງ ທອງ 52 ຄົນ, ເມືອງອຸທຸມພອນ 39 ຄົນ ແລະ ເມືອງໄກສອນ ພົມວິຫານ 38 ຄົນ.
+ ແຂວງບໍລິຄຳໄຊກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມເປັນ 320 ກວ່າກໍລະນີ
+ ໄຊບູລີທຳລາຍແຫລ່ງເພາະພັນຍຸງລາຍ
+ ແຂວງສະຫວັນນະເຂດຮ່ວມໃຈປ່ອຍປາສູ່ທຳມະຊາດ
ຫົວໜ້າພະແນກສາທາ ລະນະສຸກແຂວງໃຫ້ຮູ້ຕື່ມວ່າ: ໃນ ແຕ່ລະປີຜ່ານມາການແຜ່ ລະບາດຂອງພະຍາດໄຂ້ເລືອດ ອອກແມ່ນເມືອງໄກສອນ ພົມວິ ຫານ ຈະພົບເຫັນຫລາຍກວ່າ ໝູ່ ໃນຈຳນວນ 15 ເມືອງ. ແຕ່ປີ ນີມີອັດຕາຫລຸດລົງອາດແມ່ນ ຍ້ອນອຳນາດການປົກຄອງ ເມືອງກໍຄືບ້ານໄດ້ເອົາໃຈໃສ່ປຸກ ລະດົມໃຫ້ປະຊາຊົນເອົາໃຈໃສ່ ວຽກງານຕ້ານໄຂ້ເລືອດອອກ ມາແຕ່ຫົວປີຄື: ການເຮັດກິດຈະ ກຳອານາໄມທຳລາຍພາຊະນະ ທີ່ເປັນບ່ອນອາໄສຂອງຍຸງລາຍ ແລະ ອະນາໄມສິ່ງແວດລ້ອມ ເປັນປະຈຳ.
ໂດຍລວມແລ້ວສະພາບ ການລະບາດຂອງພະຍາດແມ່ນ ເກີດໃນເຂດຊຸມຊົນໜາແໜ້ນ ແລະ ອີກປັດໄຈໜຶ່ງກໍ່ອາດແມ່ນ ຍ້ອນອຳນາດການປົກຄອງ ແລະ ປະຊາຊົນໃນເຂດດັ່ງ ກ່າວຂາດການເອົາໃຈໃສ່ປ້ອງກັນ ແລະ ອະນາໄມສິ່ງແວດລ້ອມ ທຳລາຍແຫລ່ງເພາະພັນຂອງ ຍຸງລາຍການລົງໄປພົ່ນຢາ ແລະ ແຈກຢາຍຢາຂ້າໜອນນ້ຳ, ຈິ່ງ ເຮັດໃຫ້ຜູ້ຕິດເຊື້ອພະ ຍາດດັ່ງກ່າວຫລາຍກວ່າປີ 2016 .
ດັ່ງນັ້ນປັດຈຸບັນພະແນກ ສາທາລະນະສຸກ ແລະ ໂຮງໝໍ ແຂວງກໍໄດ້ມີມາດຕະການ ຕ່າງໆຮ່ວມກັນ ໂດຍສະເພາະ ໄດ້ເອົາພະນັກງານວິຊາການ ແພດໝໍລົງເຝິກອົບຮົມໃຫ້ແກ່ ພະນັກງານແພດໝໍຂັ້ນເມືອງ ໃນການບົ່ງມະຕິພະຍາດໃຫ້ຈະແຈ້ງ, ນຳໃຊ້ສື່ໂຄສະນາທາງໂທ ລະພາບ, ວິທະຍຸ, ໂທລະໂຄ່ງ ຂອງບ້ານເພື່ອເຜີຍແຜ່ໃຫ້ປະຊາ ຊົນໄດ້ຮັບຮູ້ ແລະ ເອົາໃຈໃສ່ ປະຕິບັດຫລັກການ 5 ປ ໃຫ້ມີປະ ສິດທິຜົນ.