ການບຸກລຸກອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ
ຫົວຫນ້າທິມງານລາດຕະເວນເຂດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍໃຫ້ຮູ້ວ່າ: ມັນເປັນການຍາກຫລາຍໃນການສະກັດກັ້ນຜູ້ເຂົ້າບຸກລຸກອຸທິຍານດັ່ງກ່າວ, ຊຶ່ງພຽງປະມານເດືອນດຽວກໍພົບເຫັນກໍລະນີເຂົ້າບຸກລຸກຫລາຍກ່ວາ 40 ຄັ້ງ ເຊິ່ງສ່ວນໃຫຍ່ແມ່ນການລັກລອບເຂົ້າໄປລ່າສັດນໍ້າ-ສັດປ່າ ແລະ ຕັດໄມ້, ໂດຍສະເລ່ຍມື້ຫນຶ່ງມີ 1-2 ກໍລະນີໂດຍແມ່ນປະຊາຊົນໃນເຂດໃກ້ຄຽງອຸທິຍານແຫ່ງນີ້. ໃນຂະນະທີ່ທີມງານກວດກາລາດຕະເວນມີຫລາຍກ່ວາ 40 ຄົນ,ໄດ້ ແບ່ງອອກເປັນ 8 ກຸ່ມ, ທັງເວນຍາມໃນເຂດມຄວາມສ່ຽງ, ທັງອອກເຄື່ອນໄຫວລາດຕະເວນຕາມປ່າ ຕ່າງກໍໄດ້ຕັ້ງຫນ້າປະຕິບັດໜ້າທີ່ວຽງງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ບໍ່ວ່າໃນລະດູແລ້ງ ແລະ ລະດູຝົນ, ທັງຕາມແຜນການປົກກະຕິທີ່ວາງໄວ້ ແລະ ກໍລະນີສຸກເສີນຕ່າງໆ, ແຕ່ສະພາບການລັກລອບບຸກລຸກອຸທິຍານຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ,ແຕ່ ເຖິງຢ່າງໃດກໍຕາມ,ພາກສ່ວນກ່ຽວຂ້ອງກໍຈະໄດ້ເພິ່ມທະວີຄວາມພະຍາຍາມ ປະຕິບັດວຽກງານຂອງຕົນໃຫ້ມີປະສິດທິຜົນສູງຂຶ້ນ, ເຖິງຈະມີຄວາມສ່ຽງຕ່າງໆ ຈາກຜູ້ລັກລອບບຸກລຸກອຸທິຍານແຫ່ງນີ້ ໃນຂະນະດຽວກັນກໍຈະຕ້ອງໄດ້ເພິ່ມຄວາມເຂັ້້ມງວດໃນການປະຕິບັດລະບຽບກົດຫມາຍ.
ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ມີເນື້ອທີ່ທັງໝົດ 410.720 ເຮັກຕາ ກວມເອົາ 10 ເມືອງຂອງ 3 ແຂວງຄື: ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ, ເມືອງວຽງຄໍາ, ປາກແຊງ, ວຽງຄໍາ ແລະ ເມືອງໂພນໄຊ ແຂວງຫລວງພະບາງ ແລະ ເມືອງພູກູດ ແຂວງຊຽງຂວາງ, ມີບ້ານປະຊາຊົນທີ່ຢູ່ຕິດແປະ ແລະ ໃກ້ຄຽງທັງໝົດ 107 ບ້ານ, ມີປະຊາກອນອາໄສຢູ່ 35.000 ກວ່າຄົນ ແລະ ເປັນອຸທິຍານທີ່ມີຄວາມອຸດົມສົມບູນທາງດ້ານສິ່ງແວດລ້ອມ, ພູຜາປ່າໄມ້ ແລະ ຊີວະນາໆພັນນັບຫລາຍຮ້ອຍ ຫລາຍພັນຊີວິດອາໃສຢູ່ ແລະ ໃນໄລຍະຜ່ານມາກໍມີຫລາຍອົງການເຂົ້າໄປໃຫ້ການຊ່ວຍເຫລືອເພື່ອການຄຸ້ມຄອງ ໂດຍສະເພາະແມ່ນອົງການອະນຸລັກສັດປ່າ (WCS) ໄດ້ເຂົ້າມາໃຫ້ການຊ່ວຍເຫລືອແຕ່ປີ 2003 ເປັນຕົ້ນມາ ໂດຍໄດ້ ຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງພາກລັດ ຈັດຫລາຍກິດຈະກໍາ, ເປັນຕົ້ນການໃຫ້ຄໍາປຶກສາໃນການສ້າງນິຕິກໍາເພື່ອຄຸ້ມຄອງສວນອຸທິຍານ, ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ສ້າງກິດຈະກໍາທ່ອງທ່ຽວແບບມີສ່ວນຮ່ວມເພື່ອໃຫ້ເຂົາເຈົ້າມີລາຍຮັບ ເພື່ອທົດແທນການລ່າສັດປ່າ ແລະ ກິດຈະກໍາອື່ນໆ.