ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ

ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ - dai hoi 13 3 - ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ
ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ - kitchen vibe - ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ

ໂດຍ: ລູກເມືອງພວນ

ມື້ນີ້ ເວລາ 8 ໂມງ ຂອງວັນທີ 26 ມັງກອນ, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ່ XIII ຂອງພັກຄອມມຸຍນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍການເຂົ້າຮ່ວມຂອງຜູ້ແທນກອງປະຊຸມທັງໝົດ 1.587 ທ່ານ, ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 5,1 ສະຫາຍ.

ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ

ໂດຍການເຂົ້າຮ່ວມຂອງເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຟູຈ໋ອງ, ນາຍົກລັດຖະມົນຕີ ຫງຽນຊວັນຟຸກ, ປະທານສະພາແຫ່ງຊາດ ຫງວຽນຖິກີມເງິນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິນກວັກເວືອງ, ປະທານແນວໂຮມປະເທດຊາດ ຫວຽດນາມ ເຈິນແທັງເມິນ ພ້ອມດ້ວຍຜູ້ແທນກອງປະຊຸມ ເກືອບ 1.600 ສະຫາຍເຂົ້າຮ່ວມ.

ກ່ອນຈະເຂົ້າສູ່ລາຍການເຄົາລົບທຸງຊາດ, ຄະນະຈັດຕັ້ງກອງປະຊຸມ ໄດ້ລາຍງານຜົນກອງປະຊຸມກະກຽມໃຫ້ແກ່ການໄຂກອງປະຊຸມໃຫ່ຍຢ່າງເປັນທາງການ ໃນວັນທີ 25 ມັງກອນນັ້ນ ໃຫ້ຜູ້ແທນກອງປະຊຸມຮັບຊາບ, ຊຶ່ງໃນກອງປະຊຸມກະກຽມນັ້ນ ໄດ້ເລືອກເອົາຄະນະປະທານລວມມີ 17 ສະຫາຍ ໂດຍລວມມີ ກຳມະການກົມການເມືອງສະໄໝທີ XII ເຊັ່ນ: ເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຟູຈ໋ອງ, ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານສະພາແຫ່ງຊາດ ຫງວຽນຖິກີມເງິນ, , ຜູ້ປະຈຳການຄະນະເລຂາທິການ ເຈິນກວັກເວືອງ, , ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງຖິຟ໋ອງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮວາບິງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟາມມິງຈິງ, ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ  ວໍ້ວັນເຖືອງ, ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງຖິມາຍ, ເລຂາທິການສູນກາງພັກ ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟາມບິ່ງມິງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນຫຼິກ, ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ເວືອງດິງເຫວະ, ຫົວໜ້າຄະນະຜູ້ແທນສະພາ ນະຄອນໂຮ່ຈິມິນ ຫງວຽນຖຽນເຍິນ, ຮອງຫົວໜ້າ ຜູ້ປະຈຳການ ອະນຸກຳມະການກະກຽມກອງປະຊຸມໃຫ່ຍຄັ້ງທີ XIII ຮວ່າງຈຸງຮາຍ ແລະ ເລຂາທິການສູນກາງພັກ, ປະທານຄະນະກຳມະການ ທ້ອນໂຮມປະເທດຊາດສູນກາງພັກ  ເຈິນແທັງເມິນ.

ທ່ານ ເຈິນກວັກເວືອງ, ຜູ້ປະຈຳການຄະນະເລຂາທິການ ຕາງໜ້າຄະນະປະທານກອງປະຊຸມ ກ່າວຕ້ອນຮັບຄະນະຜູ້ແທນກອງປະຊຸມໃຫ່ຍ, ແຂກທີ່ຖືກເຊີນ ຊຶ່ງເປັນຕົວແທນໃຫ້ ອະດີດການນຳພັກ, ລັດຖະບານ, ບັນດາແມ່ວິລະຊົນຫວຽດນາມ ແລະ ຕົວແທນໃຫ້ແກ່ຊັ້ນຄົນ ປັນຍາຊົນ ທົ່ວປະເທດ ທີ່ເຂົ້າຮ່ວມກອງປະຊຸມ.

ປະທານສະພາແຫ່ງຊາດ ຫງວຽນຖິກີມເງິນ ຕາງໜ້າກົມການເມືອງນຳພາກອງປະຊຸມໃຫ່ຍ. ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຜ່ານບົດກ່າວໄຂກອງປະຊຸມໃຫ່ຍຢ່າງເປັນທາງການ. ເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຟູຈ໋ອງ ຕາງໜ້າກຳມະການສູນກາງພັກ ສະໄໝ XII ຜ່ານຮ່າງລາຍງານການເມືອງກອງປະຊຸມໃຫ່ຍຄັ້ງທີ XIII. ເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຟູຈ໋ອງ ເນັ້ນວ່າ: ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແມ່ນເຫດການການເມືອງທີ່ສຳຄັນຂອງທົ່ວພັກ, ທົ່ວປວງຊົນ ທີ່ມີຄວາມໝາຍຕັດສິນຕໍ່ການພັດທະນາ,

ການເຊື່ອມໂຍງຂອງຊາດຫວຽດນາມ. ທ່ານກ່າວວ່າ: “ປະຊາຊົນເຊື່ອໝັ້ນ ແລະ ຝາກຄວາມຫວັງໄວ້ກັບນະໂຍບາຍທີ່ຖືກຕ້ອງ ຂອງກອງປະຊຸມໃຫ່ຍຄັ້ງນີ້”.

ກອງປະຊຸມໃຫ່ຍຄັ້ງນີ້ ຈະຕີລາຄາຄືນຜົນການຈັດຕັ້ງປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ(2011-2020), ວາງແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີຕໍ່ໜ້າ(2021-2030), ຕີລາຕາຄືນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ( 2016-2020) ແລະ ວາງທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ(2021-2025). ກຳນົດເປົ້າໝາຍ, ທິດທາງ ຈຸດສຸມປີ 2030, ສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 100 ປີ ແລະ ວິໄສທັດຮອດປີ 2045, ວັນສະຖາປະນາປະເທດຊາດຫວຽດນາມປະຊາທິປະໄຕຄົບຮອບ 100 ປີ.

ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ - 4 - ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກຄອມມຸຍນິດ ຫວຽດນາມ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ຂອງທົ່ວພັກ ທົ່ວປວງຊົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!