ການຟື້ນຕົວຂອງເສດຖະກິດໂລກກຳລັງເກີດຄວາມຊັກຊ້າໃນບາງສ່ວນ ເນື່ອງຈາກການເປີດຕົວວັກຊີນແບບຊ້າໆ
ເສດຖະກິດໂລກກຳລັງຜະເຊີນການເລີ່ມຕົ້ນທີ່ຮຸນແຮງໃນປີ 2021 ກວ່າຄາດການໄວ້ ເນື່ອງຈາກການຕິດເຊື້ອໂຄວິດ-19 ທີ່ເພີ່ມຂຶ້ນ ແລະ ຄວາມຊັກຊ້າທີ່ເກີດຂຶ້ນຕໍ່ການພັດທະນາວັກຊີນ.
ໃນຂະນະທີ່ການເຕີບໃຫຍ່ທົ່ວໂລກຍັງຟື້ນຕົວຢ່າງວ່ອງໄວຈາກສະພາບຫລຸດຖອຍຂອງປີຜ່ານມາ, ແຕ່ໃນບາງສ່ວນອາດໃຊ້ເວລາດົນກວ່າ ແລະ ຟື້ນຕົວໄດ້ບໍ່ດີເທົ່າທີ່ຄາດການໄວ້ກ່ອນໜ້ານີ້. ຂະນະທີ່ໃນເດືອນນີ້ World Bank ໄດ້ຫລຸດການຄາດຄະເນລົງເຫລືອ 4% ໃນປີ 2021 ແລະ ໃນອາທິດນີ້ IMF ຈະອັບເດດທ່າອ່ຽງຕໍ່ເສດຖະກິດໂລກ.
ປັດຈຸບັນຄາດວ່າຈະເກີດສະພາບຫລຸດຖອຍຊ້ຳຊ້ອນ (Double-dip Recession) ໃນຍີ່ປຸ່ນ ແລະ ອັງກິດ. ຂະນະທີ່ສະຫະພາບເອີຣົບໄດ້ປະກາດຂໍ້ມູນຢືນຢັນຮຽບຮ້ອຍແລ້ວວ່າ: ກຳລັງຢູ່ໃນສະພາບນີ້ ເນື່ອງຈາກມີການບັງຄັບໃຊ້ຂໍ້ຈຳກັດທີ່ເຂັ້ມງວດເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19.
ຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນເປັນປະຫວັດສາດຢູ່ອາເມລິກາ ກຳລັງດຶງການໃຊ້ຈ່າຍໃນຂະແໜງຄ້າຂາຍຍ່ອຍ ແລະ ການຈ້າງວຽກ ເຊິ່ງກະຕຸ້ນໃຫ້ຝ່າຍບໍລິຫານໃໝ່ຂອງປະທານາທິບໍດີ ໂຈ ໄບເດນ ຮຽກຮ້ອງເຖິງມາດຕະການກະຕຸ້ນທາງການເງິນເພີ່ມເປັນມູນຄ່າ 1,9 ຕື້ໂດລາສະຫະລັດ.
ມີພຽງຈີນເທົ່ານັ້ນທີ່ສາມາດຟື້ນຕົວເປັນຮູບໂຕ V ໄດ້ ຫລັງຈາກທີ່ມີລາຍງານການແຜ່ລະບາດຢ່າງເປັນທາງການເກີດຂຶ້ນຄັ້ງທຳອິດ. ແຕ່ເຖິງຢ່າງໃດກໍຕາມ, ຜູ້ບໍລິໂພກຍັງລະມັດລະວັງຕໍ່ການທີ່ປະເທດຈີນກັບມາໃຊ້ມາດຕະການລັອກດາວໃນບາງສ່ວນ.