DVV International ມອບປື້ມ ແລະ ລົດ ໃຫ້ກົມການສຶກສານອກໂຮງຮຽນ
ໃນວັນທີ 26 ມັງກອນນີ້ ຫ້ອງການດີວີວີ ອິນເຕີເນເຊິນແນວ (DVV Inter national) ໄດ້ມອບ ປື້ມບັນທຶກຈຳນວນ 2.000 ຫົວ, ປະຕິທິນ 1.300 ຊຸດ, ຈົດໝາຍຂ່າວ: ສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫລອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ຈຳນວນ 400 ສະບັບ ແລະ ລົດຮັບໃຊ້ໂຄງການຈຳນວນຫນຶ່ງຄັນ ໃຫ້ແກ່ກົມການສຶກສານອກໂຮງຮຽນ (ກສນ), ກະຊວງສຶກສາທິການ ແລະ ກິລາ.ຊຶ່ງພິທີມອບ-ຮັບໄດ້ມີຂຶ້ນລະຫ່ວາງ ທ່ານ ດຣ. ໂຢຮັນ ແຮລມັນ (Dr. Johann Heilmann) ຜູ້ອຳນວຍການ ຫ້ອງການດັ່ງກ່າວປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ທ່ານ ໂຢຮັນ ແຮລມັນ ໄດ້ກ່າວໃນພິທີວ່າ: ໃນປີ 2021ນີ້ ຫ້ອງການຂອງຕົນ ໄດ້ກ້າວເຂົ້າສູ່ຂັ້ນຕອນການລະດົມທຶນໃໝ່ ແລະ ການອອກແບບແນວ ທາງໃໝ່ຮ່ວມກັບຄູ່ຮ່ວມງານທັງໝົດຄື: ກົມ ການສຶກສນອກໂຮງຮຽນ, ກົມອາຊີວະສຶກສາ, ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ, ສູນພັດທະນາການສຶກສານອກໂຮງຮຽນ, ສູນພັດທະນາຊົນນະບົດ. ໂດຍສະເພາະ, ຈະໄດ້ເນັ້ນໃສ່ການຈັດຕັ້ງປະຕິບັດດຳລັດການຮຽນຮູ້ຕະຫລອດຊີວິດ, ເຊິ່ງໄດ້ຮັບການອະນຸມັດຈາກລັດຖະບານລາວໃນປີ 2020 ຊຶ່ງເປັນຈຸດເລີ້ມຕົ້ນຂອງຂະບວນການທີ່ຍາວນານດັ່ງກ່າວ.ແຕ່ກໍ ຫວັງວ່າ: ດຳລັດນີ້ ຈະກໍ່ໃຫ້ເກີດການປ່ຽນແປງກ່ຽວກັບແນວຄວາມຄິດໃນພາກການສຶກສາ ເຊິ່ງຈະຊ່ວຍໃຫ້ມີການແລກປ່ຽນກັນໃນຫລາກຫລາຍສາຂາ, ນັບທັງການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕາມອັດຕະຍາໄສ, ການສ້າງວັດທະນະທຳການຮຽນຮູ້ແບບໃໝ່ ທີ່ຈະຊ່ວຍໃຫ້ພົນລະເມືອງລາວໄດ້ຮັບການສຶກສາສູງຂຶ້ນ.