ຟີລິບປິນສັ່ງຫ້າມເດັກນ້ອຍອອກຈາກເຮືອນ ເພື່ອຄວບຄຸມໂຄວິດ-19 ລະບາດ
ຜູ້ນຳຟີລິບປິນເຜີຍຕ້ອງການຫລຸດຄວາມສ່ຽງທີ່ເດັກນ້ອຍຈະຕິດເຊື້ອໂຄວິດ-19 ກາຍພັນ ໂດຍແນະນຳໃຫ້ເບິ່ງໂທລະພາບຢູ່ເຮືອນແທນການອອກໄປຫລິ້ນນອກເຮືອນ.
ວັນທີ 26 ມັງກອນ 2021, ສຳນັກຂ່າວ AFP ລາຍງານວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ເອົາຄຳສັ່ງຫ້າມເດັກນ້ອຍອາຍຸ 10-14 ປີອອກຈາກເຮືອນກັບມາບັງຄັບໃຊ້ອີກ ພ້ອມແນະນຳວ່າໃຫ້ໃຊ້ເວລາເບິ່ງໂທລະພາບແທນການອອກໄປຫລິ້ນນອກເຮືອນ ເພື່ອຄວບຄຸມການລະບາດຂອງເຊື້ອໂຄວິດ-19 ກາຍພັນ.
ການອອກກົດແບບນີ້ບໍ່ພຽງເປັນການຢຸດບໍ່ໃຫ້ເດັກອອກໄປຫລິ້ນໃນສວນສາທາລະນະ ຫລື ຕາມທ້ອງຖະໜົນເທົ່ານັ້ນ, ແຕ່ຍັງເປັນການຫ້າມເຮັດກິດຈະກຳຂອງຄອບຄົວທີ່ພໍ່ແມ່ມັກຈະພາລູກໄປຍ່າງຫລິ້ນ ພ້ອມຮັບປະທານອາຫານ ແລະ ຊື້ສິ່ງຂອງໃນຫ້າງນຳອີກ.
ກ່ອນໜ້ານີ້ວັນທີ 8 ມັງກອນ, ທາງລັດຖະບານປະກາດວ່າ: ຈະອະນຸຍາດໃຫ້ເດັກອາຍຸ 10-14 ປີ ອອກຈາກເຮືອນໄດ້ອີກໃນເດືອນກຸມພາ, ແຕ່ມາວັນທີ 11 ມັງກອນ ປະທານາທິບໍດີ ດູເຕີເຕ ພັດມີຄຳສັ່ງຍົກເລີກການປະກາດດັ່ງກ່າວ ໂດຍໃຫ້ເຫດຜົນວ່າ: ບໍ່ຕ້ອງການໃຫ້ເດັກຕິດເຊື້ອໄວຣັສກາຍພັນຈາກອັງກິດ ທີ່ມີຜູ້ທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອກາຍພັນຊະນິດດັ່ງກ່າວແລ້ວ 17 ຄົນຢູ່ຟີລິບປິນ ແລະ ມີ 3 ຄົນທີ່ເປັນເດັກນ້ອຍ.
ປັດຈຸບັນ ຟີລິບປິນມີລາຍງານຜູ້ຕິດເຊື້ອສະສົມ 516.166 ຄົນ, ເສຍຊີວິດ 10.386 ຄົນ.