ສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ສົ່ງສຳນວນຄະດີ ຖອດຖອນ ທຣຳ ຂຶ້ນຫາ ລັດຖະສະພາ.

ສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ສົ່ງສຳນວນຄະດີ ຖອດຖອນ ທຣຳ ຂຶ້ນຫາ ລັດຖະສະພາ. - kitchen vibe - ສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ສົ່ງສຳນວນຄະດີ ຖອດຖອນ ທຣຳ ຂຶ້ນຫາ ລັດຖະສະພາ.

ສຳນັກຂ່າວ ຣອຍເຕີ ລາຍງານເມື່ອວັນທີ 26 ມັງກອນນີ້ວ່າ ສະມາຊິກຜູ້ແທນປະຊາຊົນ ພັກ ເດໂມແຄຣດ 9 ຄົນ ໃນນາມ ເປັນໂຈດ ໄດ້ສົ່ງຄຳກ່າວຟ້ອງໂທດ ທຣຳ ຂຶ້ນຫາ ລັດຖະສະພາໃນວັນທີ 25 ມັງກອນ ນີ້.

ເນື້ອໃນຄຳກ່າວຟ້ອງ ສຸມໃສ່ການມີຄຳເຫັນຂອງ ທຣຳ ຕໍ່ຜູ້ປະທ້ວງ ທີ່ມີລັກສະນະ ຍຸຍົງສົ່ງເສີມ ພາໃຫ້ກໍ່ເກີດການກໍ່ຈາລະຈົນ ໃນຫໍລັດຖະສະພາ ໃນວັນທີ 6 ມັງກອນທີ່ຜ່ານມາ. ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫຼາຍສິບຄົນໄດ້ຮັບບາດເຈັບ.

ການມີຄຳເຫັນຕໍ່ຜູ້ປະທ້ວງນັ້ນ, ທຣຳ ຮຽກຮ້ອງໃຫ້ທຸກຄົນທີ່ສະໜັບສະໜູນຕົນເອງ ບຸກເຂົ້າໄປໃນຫໍລັດຖະສະພາ Capitol ເພື່ອສະແດງ ພະລັງແຮງ ຕໍ່ສູ້ຢ່າງອົງອາດກ້າແກ່ນ ກ່ວາເວລາໃດໝົດ ແລະ ຮຽກຮ້ອງໃຫ້ມີການຕໍ່ສູ້ຫຼາຍຮູບແບບ ທີ່ແຕກຕ່າງກັນ.

ເຖິງຢ່າງໃດກໍຕາມ, ບັນດານັກກົດໝາຍຂອງພັກ ຣີພັບຣີກັນ ໄດ້ອອກມາກ່າວປະນາມ ການກ່າວໂທດ ອະດີດປະທານາທິບໍດີ, ຍິ່ງໄປກວ່ານັ້ນ ມີບາງຄົນຍັງເອີ້ນນີ້ວ່າ ເປັນການກ່າວໂທກ ນອກກົດໝາຍ ທັງໆ ທີ່ ທຣຳ ກໍໄດ້ໝົດວາລະໄປແລ້ວ.

ສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ສົ່ງສຳນວນຄະດີ ຖອດຖອນ ທຣຳ ຂຶ້ນຫາ ລັດຖະສະພາ. - 5 - ສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ສົ່ງສຳນວນຄະດີ ຖອດຖອນ ທຣຳ ຂຶ້ນຫາ ລັດຖະສະພາ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!