ຜູ້ຊ່ຽວຊານຊີ້ ລັດຖະບານອັງກິດບົກຜ່ອງຢັບຢັ້ງໂຄວິດ-19 ຫລັງຈຳນວນຜູ້ເສຍຊີວິດສູງຮອດແສນຄົນ
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ຖະແຫລງຂ່າວສະແດງຄວາມເສຍໃຈຕໍ່ຄອບຄົວ ແລະ ພີ່ນ້ອງຜູ້ເສຍຊີວິດ ຫລັງຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ສູງເຖິງ 1 ແສນຄົນ ເຮັດໃຫ້ອັງກິດກາຍເປັນປະເທດທີ່ມີຜູ້ເສຍຊີວິດຕໍ່ອັດຕາປະຊາກອນສູງທີ່ສຸດໃນໂລກ.
ຜູ້ນຳອັງກິດຍັງກ່າວຂໍໂທດ “ຕໍ່ທຸກຊີວິດທີ່ຕ້ອງຈາກໄປ ແລະ ໃນຖານະນາຍົກລັດຖະມົນຕີ ຂ້າພະເຈົ້າຈະຮັບຜິດຊອບຕໍ່ມາດຕະການທຸກຢ່າງທີ່ລັດຖະບານໄດ້ດຳເນີນໄປ”. ທັງນີ້ ທ່ານເນັ້ນວ່າ: ລັດຖະບານພະຍາຍາມເຮັດທຸກວິທີທາງແລ້ວ ແລະ ຈະເຮັດວຽກໜັກຕໍ່ໄປ ເພື່ອຫລຸດຈຳນວນຜູ້ເສຍຊີວິດ ແລະ ຕິດເຊື້ອໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້.
ໃນເດືອນມີນາປີຜ່ານມາ, ທ່ານ ຈອນສັນ ເຄີຍຄາດຫວັງວ່າຈະຢັບຢັ້ງບໍ່ໃຫ້ຈຳນວນຜູ້ເສຍຊີວິດສູງເຖິງ 2 ໝື່ນຄົນ, ແຕ່ຜ່ານມາ 10 ເດືອນ ມື້ນີ້ທ່ານອອກມາຂໍໂທດທີ່ປ່ອຍໃຫ້ຜູ້ເສຍຊີວິດເພີ່ມເກີນ 1 ແສນຄົນ ທ່າມກາງບັນຫາອີກຫລາຍຢ່າງ ທັງໂຮງໝໍທີ່ແອອັດ, ບຸກຄະລາກອນທາງການແພດທີ່ຕ້ອງຫລຸດມາດຖານການເບິ່ງແຍງຄົນເຈັບ ເພາະວຽກລົ້ນມື, ໂຮງຮຽນ ແລະ ມະຫາວິທະຍາໄລຕ້ອງປິດການຮຽນ-ການສອນ ຍ້າຍໄປຮຽນອອນລາຍ, ທຸລະກິດຫ້າງຮ້ານສ່ວນຫລາຍຕ້ອງປິດ, ຜູ້ຄົນອອກມາລວມກຸ່ມສັງສັນບໍ່ໄດ້, ຍົກເວັ້ນອອກກຳລັງກາຍກາງແຈ້ງຢ່າງຈຳກັດ.
ຜູ້ຊ່ຽວຊານເບິ່ງວ່າ: ສະຖິຕິໃໝ່ທີ່ໜ້າເສົ້ານີ້ເປັນຫລັກຖານວ່າ ລັດຖະບານບໍ່ເຄີຍຮຽນຮູ້ຈາກຄວາມຜິດພາດໃນອະດີດ ໂດຍທ່ານ ຣິຊາດ ເມີເຣ ປະທານເຈົ້າໜ້າທີ່ບໍລິຫານກອງທຶນ King’s Fund ກ່າວວ່າ: “ບໍ່ໜ້າເຊື່ອວ່າປະເທດທີ່ຮັ່ງມີ ແລະ ມີລະບົບສາທາລະນະສຸກພຽບພ້ອມ” ຈະກາຍເປັນໜຶ່ງໃນປະເທດທີ່ມີຜູ້ເສຍຊີວິດຫລາຍທີ່ສຸດໃນໂລກ.
ທ່ານ ຈອນສັນ ຊີ້ແຈງວ່າ: ການທີ່ລັດຖະບານຄວບຄຸມການແຜ່ລະບາດຮອບໃໝ່ນີ້ບໍ່ໄດ້ ເປັນຜົນຈາກເຊື້ອໂຄວິດ-19 ກາຍພັນພາຍໃນປະເທດ ທີ່ຮູ້ຈັກກັນໃນຊື່ “ສາຍພັນອັງກິດ” (UK Variant) ທີ່ລະບາດໄດ້ງ່າຍກວ່າ ແລະ ມີອັນຕະລາຍຫລາຍກວ່າ.
ລັດຖະມົນຕີສາທາລະນະສຸກເອງຢືນຢັນວ່າ: ມາດຕະການຕ່າງໆຂອງລັດຖະບານກຳລັງໄດ້ຜົນ ຈົນກະທັງເກີດໂຄວິດ-19 ກາຍພັນນີ້, ແຕ່ຜູ້ຊ່ຽວຊານຊີ້ວ່າ: ລັດຖະບານເອງຫລະຫລວມ.
ສາສະດາຈານ ແອນ ຈອນສັນ ປະທານສະຖາບັນວິທະຍາສາດການແພດ ລະບຸວ່າ: ການຫລຸດຜ່ອນມາດຕະການຊ່ວງກ່ອນເທດສະການຄຣິສມາດ ມີສ່ວນເຊື່ອມໂຍງກັບການເພີ່ມສູງຂອງຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ.
ສ່ວນຂໍ້ອ້າງເຖິງໂຄວິດ-19 “ສາຍພັນອັງກິດ” ສາສະດາຈານ ແອນ ຊີ້ວ່າ: ລັດຖະບານຮູ້ເຖິງສັນຍານການກາຍພັນຂອງເຊື້ອໃນປະເທດນັບແຕ່ເດືອນກໍລະກົດປີຜ່ານມາ, ແຕ່ຂໍ້ແກ້ຕົວຂອງນາຍົກລັດຖະມົນຕີຄື ທ່ານບໍ່ໄດ້ອ່ານລາຍງານໃນເລື່ອງນີ້.
ນີ້ເປັນສິ່ງທີ່ຜູ້ຊ່ຽວຊານຫລາຍຄົນເຫັນພ້ອມວ່າ: ທ່ານ ຈອນສັນ ບົກຜ່ອງ ຖ້າທ່ານໃສ່ໃຈຫລາຍກວ່ານີ້ ອ່ານລາຍງານທີ່ຜູ້ຊ່ຽວຊານທາງການແພດພະຍາຍາມເຕືອນ ແລະ ຮຽນຮູ້ຈາກຄວາມຜິດພາດນັບແຕ່ການລັອກດາວຄັ້ງທຳອິດ ສະຖານະການຢູ່ອັງກິດຈະບໍ່ຮ້າຍແຮງເຖິງລະດັບນີ້.