ລັດເຊຍ-ສະຫະລັດ ມີຂໍ້ຕົກລົງຂະຫຍາຍເວລາຄວບຄຸມ ອາວຸດນິວເຄຣຍ ຮ່ວມກັນ
ສຳນັກຂ່າວ ຣອຍເຕີ ລາຍງານ ວັນທີ 27 ມັງກອນນີ້ວ່າ ມົສໂກ ແລະ ວໍຊີງຕັນ ໄດ້ມີຂໍ້ຕົກລົງ ຂະຫຍາຍເວລາຄວບຄຸມ ອາວຸດນິວເຄຣຍ START ຊະນິດໃໝ່ ຮ່ວມກັນໃນວັນທີ 26 ມັງກອນນີ້.
ປະທານາທິບໍດີ ໂຈໄບເດັນ ສະຫະລັດ ແລະ ປະທານາທິບໍດີ ລັດເຊຍ ວະລາດີເມຍປູຕິນ ໄດ້ມີການໂອ້ລົມສົນທະນາກັນ ກ່ຽວກັບບັນຫາຄວບຄຸມ ອາວຸດນິວເຄຣຍ ນຳກັນໂດຍຜ່ານ ທາງໂທລະສັບ, ທັງສອງຝ່າຍເຫັນດີເຫັນພ້ອມຮ່ວມກັນວ່າ ໃຫ້ວິຊາການທັງສອງຝ່າຍ ເຮັດວຽກຮ່ວມກັນຢ່າງເລັ່ງດ່ວນ ເພື່ອໃຫ້ທັນເຂົ້າຮ່ວມສົນທິສັນຍາໃນວັນທີ 5 ກຸມພາກ່ອນທີ່ສົນມິສັນຍາຈະໝົດກຳນົດ.
ສົນທິສັນຍາຫຼຸດຜ່ອນ ອາວຸດຍຸດທະສາດ START ຊະນິດໃໝ່ ແມ່ນພື້ນຖານຂອງການຄວບຄຸມອາວຸດໃນທົ່ວໂລກ. ສົນທິສັນຍາ ດັ່ງກ່າວ ໄດ້ກຳນົດຈຳນວນລູກສອນໄຟ ຫົວລົບນິວເຄຣຍຍຸດທະສາດທີ່ສະຫະລັດ ແລະ ລັດເຊຍ ພັດທະນາຢູ່ໃນລະດັບ 1.550 ລູກຂອງແຕ່ລະຝ່າຍ. ນອກຈາກນີ້, ສົນທິສັນຍາ START ຊະນິດໃໝ່ ຍັງກຳນົດຈຳນວນລູກສອນໄຟ ທີ່ຕິດຕັ້ງໜ້າດິນ ແລະ ຕິດຕັ້ງໃນ ເຮືອດຳນໍ້າ ແລະ ເຮືອບິນຖິ້ມລະເບີດອີກດ້ວຍ.