ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ

ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ - 141742013 1055856268229757 403253729072711152 o - ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ
ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ - kitchen vibe - ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ກ່າວເນັ້ນຕໍ່ຄະນະພັກ-ຄະນະບັນຊາ ປກສ ນວ ໃຫ້ເຂັ້ມງວດ, ກວດກາ ແລະ ຄວບຄຸມສຽງເນືອງນັນໃຫ້ຢູ່ໃນເກນທີ່ກໍານົດ ຕາມຄໍາສັ່ງຂອງເຈົ້າຄອງ ນວ ສະບັບເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ.

ສໍາລັບປະເພດ ແລະ ເປົ້າໝາຍສຽງເນືອງນັນ ທີ່ຈະຕ້ອງຄວບຄຸມ ແລະ ແກ້ໄຂມີ 3 ປະເພດ ຄື: 1 ສຽງດັງຈາກສະຖານທີ່ບັນເທີງ, 2 ສຽງດັງຈາກລົດຍົນເກີນຂະໜາດ ແລະ ກຸ່ມແກ້ງຂີ້ລົດກວນເມືອງ ແລະ 3 ສຽງດັງຈາກໝາກກະໂພກ.

ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ

ການຄວບຄຸມສຽງເນືອງນັນຕາມສະຖານທີ່ບັນເທີງ ແມ່ນກໍານົດລະດັບສຽງບໍ່ໃຫ້ເກີນ 80 ດີຊີເບວ (80 DB) ວັດແທກຢູ່ຂ້າງນອກຈຸດທີ່ໄດ້ຮັບຜົນກະທົບ ແລະ ເວລາເປີດ-ປິດບໍລິການ 18:00 ໂມງ ຫາ 23:30 ໂມງ; ມາດຕະການຄວບຄຸມສຽງຈາກລົດຍົນເກີນຂະໜາດ ແມ່ນໃຫ້ປະຕິບັດຕາມມາດຕະຖານເຕັກນິກພື້ນຖານຂອງພາຫະນະ, ເຄື່ອງຈັກບໍ່ໃຫ້ມີຜົນກະທົບກັບຜູ້ຢູ່ອ້ອມຂ້າງຖະໜົນ ແລະ ລະດັບສຽງສູງສຸດບໍ່ໃຫ້ເກີນ 85 ດີຊີເບວ (85 DB) ຈາກຈຸດວັດແທກ 7,5 ແມັດ, ສໍາລັບກຸ່ມແກ້ງແຂ່ງລົດ, ຂີ້ລົດກວນເມືອງ ຖືເປັນການລະເມີດກົດໝາຍຈະລາຈອນທາງບົກ ແລະ ຈະຖືກກັກຕົວຊົ່ວຄາວທັນທີ 24 ຊົ່ວໂມງ ແລ້ວໃຫ້ຜູ້ປົກຄອງມາຮັບປະກັນຕົວ ທັງປັບໃໝ ແລະ ຖືກດໍາເນີນຄະດີ; ສ່ວນມາດຕະການຄວບຄຸມສຽງເນືອງນັນ ຈາກໝາກກະໂພກ ຖ້າບຸກຄົນ, ນິຕິບຸກຄົນ ນໍາໃຊ້ໝາກກະໂພກບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະຖືກກ່າວເຕືອນ, ປັບໃໝ ແລະ ຖືກດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍກ່ຽວກັບປ້ອງກັນຄວາມສະຫງົບ.

ສໍາລັບມາດຕະການຕໍ່ຜູ້ລະເມີດມີຄື: ຄັ້ງທີ 1 ສຶກສາອົບຮົມ, ຂຽນບົດບັນທຶກ ແລະ ກ່າວເຕືອນ; ຄັ້ງທີ 2 ກ່າວເຕືອນ ແລະ ປັບໃໝ ຕາມລະບຽບທີ່ກ່ຽວຂ້ອງ ກັບແຕ່ລະປະເພດ; ຄັ້ງທີ 3 ປິດກິດຈະການ ແລະ ຖອນໃບອະນຸຍາດ ແລະ ຄັ້ງທີ 4 ດໍາເນີນຄະດີຕາມກົດໝາຍ.

ຫາກບຸກຄົນໃດຫາກພົບເຫັນເຫດການລະເມີດດັ່ງກ່າວ ທ່ານສາມາດແຈ້ງຂໍ້ມູນເຂົ້າໄປທີ່ ເບີວອດແອັບ 020 28899774 ຂອງເຈົ້າໜ້າທີ່ຕຳຫລວດ ນະຄອນຫລວງວຽງຈັນ

 

ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ - 3 - ນະຄອນຫລວງວຽງຈັນຈະໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດນຳໃຊ້ເຄື່ອງສຽງດັງເກີນກຳນົດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!