ສາຍການບິນ ANA ຂອງຍີ່ປຸ່ນ ໂຈະຖ້ຽວບິນສາກົນ 16 ເສັ້ນທາງ
ວັນທີ 27 ມັງກອນ 2021, ສາຍການບິນ All Nippon Airways ຫລື ANA ຂອງຍີ່ປຸ່ນ ປະກາດແຜນໂຈະບໍລິການເສັ້ນທາງບິນສາກົນ 16 ເສັ້ນທາງ ນັບແຕ່ທ້າຍເດືອນມີນາເປັນຕົ້ນໄປ ຫລັງຈຳນວນຜູ້ໂດຍສານຫລຸດຕໍ່າ ເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19.
ໂດຍນັບແຕ່ວັນທີ 28 ມີນາ ຫາ 30 ຕຸລາ 2021 ສາຍການບິນ ANA ຈະໂຈະບໍລິການຖ້ຽວບິນຈາກສະໜາມບິນນາຣິຕະ ເຊິ່ງຢູ່ໃກ້ນະຄອນຫລວງໂຕກຽວ ໄປນະຄອນນິວຢອກ ແລະ ເມືອງຊານຟຣານຊິສໂກຂອງອາເມລິກາ ລວມທັງຖ້ຽວບິນຈາກສະໜາມບິນຮາເນດະໃນນະຄອນຫລວງໂຕກຽວ ໄປນະຄອນຫລວງມອສໂກ ຂອງຣັດເຊຍ ພ້ອມຫລຸດຈຳນວນຖ້ຽວບິນໄປນະຄອນຫລວງບາງກອກ ລວມທັງນະຄອນລອສແອນເຈລິສຂອງອາເມລິກາ ແລະ ນະຄອນຊິດນີຂອງອົດສະຕຣາລີ.
ປັດຈຸບັນ ANA ຫລຸດຈຳນວນຖ້ຽວບິນສາກົນລົງເຖິງ 80%, ແຕ່ແຜນການດຳເນີນກິດຈະການຂອງສາຍການບິນຍັງຍືດຢຸ່ນພໍຈະຮອງຮັບການປ່ຽນແປງທີ່ເກີດຈາກການລະບາດໃຫຍ່ ແລະ ຄວາມຕ້ອງການຂອງຜູ້ໂດຍສານ.
ANA ລະບຸເຖິງການດຳເນີນແຜນຫລຸດຄ່າໃຊ້ຈ່າຍ ເຊິ່ງລວມທັງຫລຸດການໃຊ້ເຮືອບິນໂບອິ້ງ 777 ກ່ອນກຳນົດ ເພື່ອປ່ຽນມາໃຊ້ເຮືອບິນໂບອິ້ງ 787 ທີ່ມີຂະໜາດນ້ອຍກວ່າ ແລະ ປະຢັດເຊື້ອໄຟຫລາຍກວ່າ.