Johnson & Johnson ກຽມເຜີຍຜົນການທົດລອງວັກຊີນໂຄວິດ-19 ອາທິດໜ້າ ທົ່ວໂລກຕິດຕາມເປັນ “ຕົວພິກເກມ” ເພາະໃຊ້ວັກຊີນໂດສດຽວຕໍ່ຄົນ
Johnson & Johnson ເປີດເຜີຍວ່າ: ບໍລິສັດອາດເປີດເຜີຍລາຍງານຜົນການທົດລອງທາງຄລີນິກໄລຍະທີ 3 ຂອງວັກຊີນໂຄວິດ-19 ພາຍໃນອາທິດໜ້າ ແລະ ຄາດວ່າຈະສາມາດສົ່ງມອບວັກຊີນຈຳນວນ 100 ລ້ານໂດສສຳລັບນຳໃຊ້ຢູ່ອາເມລິກາ ພາຍໃນເດືອນມິຖຸນານີ້ ຖ້າໄດ້ຮັບການອະນຸມັດໂດຍໜ່ວຍງານທີ່ກ່ຽວຂ້ອງແລ້ວ.
ທ່ານ ອາເລັກ ກໍສກີ ປະທານ ແລະ CEO ຂອງ Johnson & Johnson ກ່າວວ່າ: ທ່ານເບິ່ງໃນແງ່ດີກ່ຽວກັບຜົນການທົດລອງວັກຊີນໃນຄົນທີ່ມີອາສາສະໝັກເຂົ້າຮ່ວມ 45.000 ຄົນ ໂດຍລະບຸວ່າ: “ພວກເຮົາຫວັງວ່າມັນຈະເປັນຈຸດເລີ່ມຕົ້ນທີ່ດີສຳລັບປະສິດທິພາບ ແລະ ຄວາມປອດໄພທີ່ພວກເຮົາຈະໄດ້ເຫັນໃນກຸ່ມປະຊາກອນທີ່ໃຫຍ່ຂຶ້ນ, ແຕ່ແນ່ນອນວ່າ: ພວກເຮົາຍັງບໍ່ຮູ້ຫຍັງແນ່ນອນຈົນກວ່າພວກເຮົາຈະໄດ້ເຫັນຜົນການທົດລອງຂັ້ນສຸດທ້າຍນີ້ແລ້ວ”.
ທັງນີ້ ຖ້າອົງການອາຫານ ແລະ ຢາຂອງອາເມລິກາ (FDA) ອະນຸມັດໃຫ້ນຳໃຊ້ວັກຊີນເປັນກໍລະນີສຸກເສີນແລ້ວ, ລັດຖະບານອາເມລິກາອາດມີທາງເລືອກຫລາຍຂຶ້ນໃນການສັ່ງຊື້ວັກຊີນເພີ່ມຕື່ມ ຈາກທີ່ເຄີຍສັ່ງໄປ 100 ລ້ານໂດສ. ຂະນະທີ່ຜູ້ຜະລິດວັກຊີນລາຍໃຫຍ່ຄື Pfizer ຂອງອາເມລິກາ ແລະ AstraZeneca ຂອງອັງກິດ ຕ່າງກຳລັງປະສົບບັນຫາໃນການຈັດຫາວັກຊີນໃຫ້ຫລາຍປະເທດໄດ້ບໍ່ກົງຕາມເປົ້າໝາຍ.
ຂໍ້ໄດ້ປຽບສຳຄັນຂອງວັກຊີນ Johnson & Johnson ທີ່ອາດເປັນຕົວພິກເກມໃນສົງຄາມຕໍ່ສູ້ໂຄວິດ-19 ກໍຄື ບໍລິສັດໄດ້ທົດລອງກັບກຸ່ມທົດລອງດ້ວຍວັກຊີນພຽງເຂັມດຽວ ເຊິ່ງຖ້າໄດ້ຜົນ ໝາຍຄວາມວ່າການສັກວັກຊີນຈະງ່າຍຂຶ້ນ ເພາະໃຊ້ພຽງໂດສດຽວຕໍ່ຄົນ. ຂະນະທີ່ວັກຊີນຂອງບໍລິສັດອື່ນໆຕ້ອງໃຊ້ຢ່າງໜ້ອຍຄົນລະ 2 ໂດສໃນໄລຍະເວລາຫ່າງກັນຫລາຍອາທິດ. ນອກຈາກນີ້ ວັກຊີນຂອງ Johnson & Johnson ຍັງສາມາດເກັບຮັກສາໃນຕູ້ເຢັນອຸນຫະພູມປົກກະຕິ. ຂະນະທີ່ວັກຊີນຂອງ Pfizer ແລະ Moderna ຕ້ອງໃຊ້ຕູ້ແຊ່ພິເສດ ເຊິ່ງເປັນອຸປະສັກຕໍ່ການເກັບຮັກສາ ແລະ ຂົນສົ່ງ.
ຂໍ້ມູນເບື້ອງຕົ້ນທີ່ມີການເປີດເຜີຍກ່ອນໜ້ານີ້ລະບຸວ່າ: ວັກຊີນຂອງ Johnson & Johnson ໃຊ້ເຕັກໂນໂລຊີ Viral-Vector ຫລື ການໃຊ້ໄວຣັສທີ່ເຮັດໃຫ້ອ່ອນລົງ ແລະ ບໍ່ເຮັດໃຫ້ເກີດພະຍາດ ມາຕັດຕໍ່ສານພັນທຸກຳ ເພື່ອກະຕຸ້ນໃຫ້ຮ່າງກາຍສ້າງພູມຄຸ້ມກັນ ເຊິ່ງເປັນເຕັກໂນໂລຊີແບບດຽວກັບວັກຊີນຂອງມະຫາວິທະຍາໄລອອກຟອດ ແລະ AstraZeneca ລວມທັງວັກຊີນ Sputnik V ຂອງຣັດເຊຍ.
ແລະ ຈາກຂໍ້ມູນຊຸດທຳອິດທີ່ Johnson & Johnson ເຜີຍແຜ່ໃນເດືອນກັນຍາປີຜ່ານມາ ພົບວ່າ: ວັກຊີນໂດສດຽວຂອງ Johnson & Johnson ໃຫ້ຜົນໃນການກະຕຸ້ນພູມຄຸ້ມກັນໄດ້ຄືກັບວັກຊີນແບບ 2 ໂດສ ຂອງ Pfizer-BioNTech ເຖິງວ່າວິທີການວັດແທກລະດັບພູມຄຸ້ມກັນຈະແຕກຕ່າງກັນ ແລະ ບໍ່ສາມາດນຳມາປຽບທຽບກັນໂດຍກົງໄດ້, ແຕ່ຂໍ້ດີທີ່ເຫັນຈະແຈ້ງຂອງວັກຊີນຈາກ Johnson & Johnson ຄືການຕອບສະໜອງຂອງພູມຄຸ້ມກັນທີ່ຍັງເຫັນຜົນດີ ແລະ ດີຂຶ້ນອີກຫລັງຈາກສັກວັກຊີນໄປແລ້ວ 71 ວັນ ເຊິ່ງຜົນໄດ້ຮັບນີ້ເກີດຂຶ້ນຄືກັນທັງໃນກຸ່ມຜູ້ອາຍຸເກີນ 65 ປີ ແລະ ກຸ່ມໄວໜຸ່ມອາຍຸ 18 ປີຂຶ້ນໄປ.
ເຖິງຢ່າງໃດກໍຕາມ, ຍັງບໍ່ແນ່ນອນວ່າວັກຊີນ Johnson & Johnson ມີປະສິດທິພາບຕໍ່ເຊື້ອໂຄວິດ-19 ສາຍພັນໃໝ່ ຫລື ບໍ່. ຂະນະທີ່ທົ່ວໂລກກຳລັງກັງວົນຕໍ່ການແຜ່ລະບາດຂອງເຊື້ອໂຄວິດ-19 ສາຍພັນຈາກອັງກິດ ແລະ ອາຟຣິກາໃຕ້. ຂະນະທີ່ຜູ້ຜະລິດເຕືອນວ່າ: ປະສິດທິພາບຂອງວັກຊີນອາດຫລຸດລົງ, ແຕ່ພວກເຂົາສາມາດປັບປຸງວັກຊີນໂດຍໃຊ້ເວລາບໍ່ດົນ ເພື່ອໃຫ້ສາມາດປ້ອງກັນເຊື້ອສາຍພັນໃໝ່ໄດ້.