84 ປະເທດທີ່ທຸກຍາກທີ່ສຸດໃນໂລກ ຕ້ອງຖ້າຮອດປີ 2024 ຈຶ່ງຈະໄດ້ສັກວັກຊີນຕ້ານໂຄວິດ-19
January 27, 2021 - 3:24 PM


ໜັງສືພິມ Guardian, ວັນທີ 27 ມັງກອນນີ້ລາຍງານວ່າ ຫຼາຍປະເທດທີ່ພັດທະນາແລ້ວ ຈະໄດ້ຮັບສັກວັກຊີນຕ້ານໂຄວິດ-19 ເປັນຈຳນວນຫຼາຍໃຫ້ພົນລະເມືອງໃນທ້າຍປີນີ້, ສ່ວນປະເທດທີ່ທຸກຍາກ ຈະຕ້ອງໄດ້ຖ້າຮອດປີ 2024 ຫຼື ດົນກວ່ານັ້ນ.
ບັນດາປະເທດທີ່ຮັ່ງມີເຊັ່ນ: ອັງກິດ, ສະຫະລັດອາເມລິກາ, ອິສລາເອວ ແລະ ບັນດາປະເທດສະມາຊິກໃນສະຫະພັນເອີຣົບ ຈະໄດ້ຮັບການສັກວັກຊີນເປັນວົງກວ້າງໃຫ້ກັບປະຊາຊົນໃນ ທ້ານປີ 2021 ນີ້.
ສ່ວນບັນດາປະເທດທີ່ພັດທະນາອື່ນໆ ຕາມາຈະໄດ້ຮັບສັກວັກຊີນເປັນຈຳນວນຫຼາຍໃນກາງປີ 2022 ແລະ ບັນດາປະເທດກຳລັງພັດທະນາຈະໄດ້ຮັບສັກວັກຊີນ ເປັນວົງກວ້າງໃນທ້າຍປີ 2022.
ສ່ວນ 84 ປະເທດທີ່ທຸກຍາກທີ່ສຸດໃນໂລກຈະບໍ່ມີວັກຊີນສັກຢ່າງພຽງພໍຈົນຮອດປີ 2023. EIU ຕີລາຄາວ່າ ການແຈກຢາຍວັກຊີນຈະບໍ່ມີຄວາມສະເໝີພາບ ອາດຈະສ້າງຄວາມເສຍຫາຍໃຫ້ແກ່ ຈີດີພີ ເຖິງ 9 ຕື້ໂດລາ ໃນທົ່ວໂລກໃນປີນີ້.