ຊາວກະສິກອນ ໃນອິນເດຍ ຫຼາຍພັນຄົນ ປະທ້ວງລັດຖະບານ
January 27, 2021 - 4:00 PM
ສຳນັກຂ່າວ ຣອຍເຕີ ລາຍງານ ເມື່ອວັນທີ 26 ມັງກອນນີ້ວ່າ ຊາວກະສິກອນໃນປະເທດ ອິນເດຍ ຫຼາຍພັນຄົນ ໄດ້ພ້ອມກັນລົງຖະໜົນ ເພື່ອຄັດຄ້ານຂໍ້ກຳນົດ ກົດໝາຍສະບັບໃໝ່ຂອງລັດຖະບານ, ຊຶ່ງພວກເຂົາເຫັນວ່າ ຂໍ້ກຳນົດສະບັບໃໝ່ນີ້ ມັນໄດ້ຊ່ວຍໃຫ້ແຕ່ຝ່າຍດຽວຄືຜູ້ຊື້ ແລະ ຜູ້ຜະລິດເອກະຊົນລາຍໃຫ່ຍເທົ່ານັ້ນ.
ຣອຍເຕີລາຍງານວ່າ ມີຢ່າງໜ້ອຍເຈົ້າໜ້າທີ່ 5 ຄົນ ແລະ ຜູ້ປະທ້ວງ 3 ຄົນ ຖືກບາດເຈັບ. ລັດຖະບານ ອິນເດຍໄດ້ຕັດສັນຍານໂທລະສັບ ຢູ່ບາງຂົງເຂດ ເພື່ອສະກັດກັ້ນຄວາມວຸ້ນວາຍ ຮ້າຍແຮງໄປກວ່ານີ້.
ຫຼາຍກວ່າເຄິ່ງໜຶ່ງຂອງພົນລະເມືອງໃນຈຳນວນ 1,3 ຕື້ຄົນໃນປະເທດອິນເດຍ ມີອາຊີບເປັນຊາວກະສິກອນ ແລະ ມີຫຼາຍກວ່າ 150 ລ້ານຊາວກະສິກອນທີ່ຄອບຄອງທີ່ດິນທຳການຜະລິດ ອັນເຮັດໃຫ້ລັດຖະບານມີຄວາມເປັນຫວ່ງ.