ນະໂຍບາຍທຳອິດຂອງ ໂຈໄບເດັນ ຖືກຕໍ່ຕ້ານ
ລາຍງານຈາກຕ່າງປະເທດວັນທີ 27 ມັງກອນນີ້ ໃຫ້ຮູ້ວ່າ ຜູ້ພິພາກສາຄົນໜຶ່ງໃນລັດ Texas ໄດ້ຕໍ່ຕ້ານ ຄວາມພະຍາຍາມຂອງ ໂຈໄບເດັນ ທີ່ບໍ່ນີລະເທດຄົນເຂົ້າເມືອງຜິດກົດໝາຍພາຍໃນ 100 ວັນ.
ວັນທີ 26 ມັງກອນນີ້, ສຳນັກຂ່າວ CBS ໃຫ້ຮູ້ວ່າ ຜູ້ພິພາກສາ Drew Tipton ໃນລັດ Texas ເຫັນດີໃຫ້ຢຸດຕິນະໂຍບາຍຄົນເຂົ້າເມືອງໄວ້ຊົ່ວຄາວກ່ອນ ຢ່າງໜ້ອຍ 14 ວັນ ໃນຂະນະທີ່ເຂົາກຳລັງພິຈາລະນາຄຳຮ້ອງຟ້ອງຂອງຜູ້ວ່າການລັດ Texas ທ່ານ Ken Paxton ຢູ່.
ທ່ານ Paxton ໃຫ້ເຫດຜົນວ່າ ການທີ່ຢຸດຕິບໍ່ນີລະເທດຄົນເຂົ້າເມືອງຜິດກົດໝາຍ ແມ່ນຂັດກັບກົດໝາຍ ຄົນເຂົ້າເມືອງ ຊຶ່ງລັດ Texas ມີຂໍ້ກຳນົດກັບປະທານາທິບໍດີ ທຮຳ ໄວ້ກ່ອນແລ້ວ.
ຄຳສັ່ງຫ້າມນີລະເທດຄົນເຂົ້າເມືອງຜິດກົດໝາຍພາຍໃນ 100 ວັນ ແມ່ນນະໂຍບາຍຕົ້ນຕໍຂອງປະທານນາທິບໍດີ ໂຈໄບເດັນ ໃນເວລາຫາສຽງ ເຂົ້ານັ່ງໃນທຣຳນຽບຂາວ..
ຄຳສັ່ງດັ່ງກ່າວ ມັນເປັນການປົກປ້ອງຜູ້ທີ່ເຂົ້າເມືອງຜິດກົດໝາຍກ່ອນວັນທີ 1 ເດືອນພະຈິກ 2020 ທີ່ກຳລັງຈະຖືກນີລະເທດ. ຄຳສັ່ງດັ່ງກ່າວບໍ່ຖືກນຳໃຊ້ກັບເປົ້າໝາຍທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງສະຫະລັດ ຫຼື ຜູ້ຕ້ອງຫາເປັນຜູ້ກໍ່ການຮ້າຍ. ຜູ້ເຂົ້າເມືອງຜິດກົດໝາຍ ອາດຈະສະໝັກໃຈອອກຈາກສະຫະລັດເອົາເອງ.
ການຕັດສິນໃຈຂອງ ຜູ້ພິພາກສາ Tipton ໄດ້ກາຍເປັນບາດກ້າວທຳອິດຕີເຂົ້າໃສ່ນະໂຍບາຍຂອງ ໄບເດັນ ທັງເປັນໄຊຊະນະຂອງພັກຣີພັບຣີກັນ ໃນລັດ Texas ອີກດ້ວຍ.