Tse Chi Lop ລາຊາຢາເສບຕິດແຫ່ງອາຊີຖືກຈັບ ຫລັງຕຳຫລວດຕິດຕາມມາດົນກວ່າ 10 ປີ
ຂ່າວການຈັບກຸມທ້າວ Tse Chi Lop ຊາວຈີນສັນຊາດການາດາ ຢູ່ສະໜາມບິນໃນນະຄອນຫລວງອຳສະເຕີດຳຂອງເນເທີແລນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນທົ່ວໂລກ ເພາະລາວຄືຫົວໜ້າຂະບວນການຄ້າຢາເສບຕິດລາຍໃຫຍ່ທີ່ສຸດຄົນໜຶ່ງໃນໂລກ ແລະ ຖືກນຳໄປປຽບທຽບໃສ່ລາຊາຢາເສບຕິດຊື່ດັງຊາວເມັກຊິໂກ ຈົນໄດ້ຮັບການຂະໜານນາມວ່າ: “ເອສ ຊາໂປ ແຫ່ງອາຊີ”.
Tse Chi Lop ອາຍຸ 57 ປີ ຖືກຕຳຫລວດເນເທີແລນຈັບກຸມເມື່ອວັນທີ 22 ມັງກອນຜ່ານມາ ຕາມໝາຍຈັບຂອງສຳນັກງານຕຳຫລວດແຫ່ງຊາດຂອງອົດສະຕຣາລີ (AFP) ທີ່ມີການປະສານງານກັບອົງການຕຳຫລວດສາກົນ ຫລື Interpol.
Tse Chi Lop ຖືກຂຶ້ນບັນຊີເປັນໜຶ່ງໃນອາຊະຍາກອນທີ່ຕຳຫລວດຕ້ອງການຫລາຍທີ່ສຸດໃນໂລກ ໂດຍເຊື່ອວ່າລາວຄືຫົວໜ້າແກ້ງ “The Company” ຫລື ຮູ້ຈັກໃນອີກຊື່ຄືກຸ່ມ “Sam Gor Syndicate” ເຊິ່ງເປັນໜຶ່ງໃນເຄືອຂ່າຍຄ້າຢາເສບຕິດໃຫຍ່ລາຍໃຫຍ່ທີ່ສຸດຂອງໂລກທີ່ຈັດຫາຢາເສບຕິດສົ່ງຂາຍໃນຫລາຍປະເທດທົ່ວອາຊີ ມູນຄ່າປີລະ 70.000 ລ້ານໂດລາສະຫະລັດ.
ຕຳຫລວດອົດສະຕຣາລີເຊື່ອວ່າ: The Company ຢູ່ເບື້ອງຫລັງຢາເສບຕິດປະມານ 70% ທີ່ຖືກລັກລອບນຳເຂົ້າປະເທດ. ບໍລິສັດວິທະຍຸອົດສະຕຣາລີ (ABC) ລາຍງານວ່າ: ຕໍ່ຈາກນີ້ ຕຳຫລວດອົດສະຕຣາລີ ເຊິ່ງຕິດຕາມ Tse Chi Lop ມາດົນກວ່າ 10 ປີ ຈະຍື່ນເລື່ອງຂໍສົ່ງຕົວຜູ້ຮ້າຍຂ້າມແດນ ເພື່ອນຳເອົາລາວກັບໄປດຳເນີນຄະດີໃນປະເທດ.