ຈີນເພີ່ມວິທີກວດໂຄວິດກຸ່ມສ່ຽງ ດ້ວຍການ Swab ທາງທະວານໜັກ
ທາງການຈີນລຸຍກວດຫາຜູ້ຕິດເຊື້ອໂຄວິດ-19 ເຂັ້ມຂຸ້ນ ມີການນຳເອົາການກວດທາງທະວານໜັກເຂົ້າມາໃຊ້ ຫວັງເພີ່ມຄວາມແນ່ນອນຍິ່ງຂຶ້ນ.
ວັນທີ 27 ມັງກອນ 2021, ສຳນັກຂ່າວ Bloomberg ລາຍງານວ່າ: ປະຊາກອນໃນຫລາຍພື້ນທີ່ຂອງຈີນໄດ້ຮັບແຈ້ງໃຫ້ມີການກວດຫາເຊື້ອໂຄວິດ-19 ດ້ວຍວິທີແຍ່ທະວານໜັກ (Anal Swab) ຮ່ວມກັບວິທີອື່ນໆ ເພື່ອເພີ່ມຄວາມແນ່ນອນຂອງຜົນກວດ.
ວິທີດັ່ງກ່າວຄືການນຳເອົາໄມ້ພັນສຳລີຈຸ່ມນ້ຳເກືອ ສອດເຂົ້າໄປທາງຮູທະວານປະມານ 2-3 ຊັງຕີແມັດ ແລະ ນຳເອົາຕົວຢ່າງດັ່ງກ່າວໄປກວດຫາເຊື້ອໄວຣັສ.
ຕາມລາຍງານລະບຸວ່າ: ຄູ ແລະ ນັກຮຽນ 1.000 ກວ່າຄົນໃນນະຄອນຫລວງປັກກິ່ງຕ້ອງເຂົ້າຮັບການກວດດ້ວຍວິທີ Swab ທັງທາງດັງ, ຄໍ ແລະ ທະວານໜັກ ຫລັງຈາກກວດພົບຜູ້ຕິດເຊື້ອບໍ່ສະແດງອາການ 1 ຄົນພາຍໃນໂຮງຮຽນ.
ນອກຈາກນັ້ນ, ຜູ້ທີ່ເດີນທາງມາຈາກຕ່າງເມືອງເຂົ້າສູ່ນະຄອນຫລວງປັກກິ່ງຫລາຍຄົນແຈ້ງວ່າ: ພວກເຂົາຕ້ອງເຂົ້າຮັບການກວດເຊື້ອຈາກທະວານໜັກເຊັ່ນດຽວກັນ.
ທ່ານໝໍ ຫລີ່ ທົງເຊັງ ຮອງຜູ້ອຳນວຍການພະແນກພະຍາດລະບົບທາງເດີນຫາຍໃຈ ແລະ ຕິດເຊື້ອ ຂອງໂຮງໝໍປັກກິ່ງຫຍູອັນ ໃຫ້ສຳພາດຕໍ່ສະຖານີໂທລະພາບ CCTV ຂອງຈີນວ່າ: ວິທີນີ້ຖືກນຳມາໃຊ້ໂດຍອ້າງອີງຜົນການວິໄຈທີ່ວ່າ: ຮ່ອງຮອຍຂອງເຊື້ອໄວຣັສນັ້ນສາມາດຢູ່ໃນຮູທະວານໜັກໄດ້ດົນກວ່າທາງເດີນຫາຍໃຈ, ການກວດທາງທະວານໜັກອາດມີຄວາມແນ່ນອນສູງກວ່າການກວດທາງຄໍ ແລະ ດັງ ໂດຍສະເພາະໃນກຸ່ມຜູ້ຕິດເຊື້ອບໍ່ສະແດງອາການ.
ເຖິງຢ່າງໃດກໍຕາມ, ເນື່ອງຈາກການກວດດ້ວຍວິທີນີ້ບໍ່ສາມາດເຮັດໄດ້ສະດວກ ຈຶ່ງນຳມາໃຊ້ສະເພາະກຸ່ມທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ຢູ່ໃນສະຖານທີ່ກັກກັນພະຍາດເທົ່ານັ້ນ.