ຫວຽດນາມ ຈະສູ້ຊົນໃຫ້ກາຍເປັນປະເທດ ນຳໜ້າໃນການນຳໃຊ້ປັນຍາປະດິດ(Al) ໃນອາຊຽນ ແລະ ໃນໂລກ ໃນປີ 2030
ສຳນັກຂ່າວຕ່າງປະເທດ ຈາກຮ່າໂນ້ຍ, ລາຍງານເມື່ອວັນທີ 27 ມັງກອນນີ້ວ່າ ຫວຽດນາມໄດ້ມີຍຸດທະສາດແຫ່ງຊາດ ຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ ປັນຍາປະດິດ, ເມື່ອຮອດປີ 2030 ຈະນຳເອົາຫວຽດນາດນາມ ໃຫ້ກາຍເປັນສູນກາງປ່ຽນແປງໃໝ່ທາງດ້ານຫົວຄິດປະດິດສ້າງ, ພັດທະນາວິທີການ ແລະ ນຳໃຊ້ ປັນຍາປະດິດຢູ່ໃນອາຊຽນ ແລະ ໃນໂລກ.
ວັນທີ 26 ມັງກອນນີ້, ນາຍົກລັດຖະມົນຕີຂອງຫວຽດນາມ ໄດ້ອອກຄຳສັ່ງແນະນຳ ຍຸດທະສາດແຫ່ງຊາດ ເພື່ອຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ ປັນຍາປະດິດ ໃຫ້ປາກົດຜົນເປັນຈິງໃນປີ 2030.
ໃນແຜນຍຸດທະສາດແຫ່ງຊາດດັ່ງກ່າວ ໄດ້ຍົກຍົກໃຫ້ເຫັນວ່າ AI ແມ່ນພື້ນຖານຂອງການປະຕິວັດ ອຸດສາຫະກຳຍຸກທີສີ່(4.0), ອັນຈະເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ການກ້າວກະໂດດຂອງກຳລັງການຜະລິດ, ຍົກສູງຄວາມອາດສາມາດໃນການແກ້ງແຍ້ງແຂ່ງຂັນລະຫວ່າງຊາດ, ຊຸກຍູ້ການພັດທະນາເສດຖະກິດໃຫ້ຍືນຍົງ. ເມື່ອຮອດປີ 2030 ຕ້ອງນຳເອົາຫວຽດນາມກາຍເປັນສູນກາງປ່ຽນແປງໃໝ່ ເຕັມໄປດ້ວຍຫົວຄິດປະດິດສ້າງ, ພັດທະນາວິທີການ ແລະ ນຳໃຊ້ ປັນຍາປະດິດໃນພາກພື້ນອາຊຽນ ແລະ ໃນໂລກ.
ເມື່ອຮອດປີ 2025 ໃຫ້ຫວຽດນາມກາຍເປັນໜຶ່ງໃນ 5 ປະເທດນຳໜ້າໃນພາກພື້ນ ອາຊຽນ ແລະ ໃນ ກຸ່ມ 60 ປະເທດນຳໜ້າໂລກ ກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ ປັບຍາປະດິດ, ສ້າງໃຫ້ໄດ້ 5 ແບນ ປັນຍາປະດິດ(Al) ທີ່ມີບົດບາດໃນພາກພື້ນ ແລະ ສ້າງໃຫ້ໄດ້ ສູນ ສຳເນົາຂໍ້ມູນ ແຫ່ງຊາດ 1 ແຫ່ງ ທີ່ມີປະສິດທິຜົນສູງ ແລະ ສ້າງສູນກາງແຫ່ງການປ່ຽນແປງໃໝ່ແຫ່ງຊາດກ່ຽວກັບ ປັນຍາປະດິດໃຫ້ໄດ້ 2 ແຫ່ງ, ເພີ່ມຫົວໜ່ວຍທຸລະກິດກ່ຽວກັບ ປັນຍາປະດິດຂຶ້ນ ແລະ ທຸ່ມການລົງທຶນໃນຂົງເຂດ ປັນຍາປະດິດຢູ່ຫວຽດນາມ, ຂະຫຍາຍ ພື້ນຖານການຄົ້ນຄວ້າ ແລະ ກໍ່ສ້າງບຸກຄະລາກອນກ່ຽວກັບ ປັນຍາປະດິດໃຫ້ໄດ້ 10 ແຫ່ງ.
ເມື່ອຮອດປີ 2030 ນຳເອົາຫວຽດນາມກາຍເປັນສູນກາງຂອງການປ່ຽບແປງໃໝ່ ແລະ ປະດິດສ້າງ, ພັດທະນາວິທີການ ແລະ ນຳໃຊ້ປັນຍາປະດິດໃນພາກພື້ນອາຊຽນ ແລະ ໃນໂລກ.