ຂະແໜງການສາທາລະນະສຸກແນໃສ່ຍົກສູງຄຸນນະພາບການບໍລິການ


ໃນວັນທີ 28-29 ມັງກອນນີ້, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສາທາລະນະສຸກທົ່ວປະເທດ 5 ປີຄັ້ງທີ VIII ຂຶ້ນທີ່ສູນການຮ່ວມມືສາກົນ ແລະຝຶກອົບຮົມ ນະຄອນຫລວງຽງຈັນ, ໂດຍການເປັນປະທານ ຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຂະແໜງການສາທາລະນະສຸກທົ່ວປະເທດເຂົ້າຮ່ວມ.


ໃນພິທີ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນບັນຫາທີ່ສຳຄັນໃນຫລາຍດ້ານຄື: ຈາກທ້າຍປີ 2019 ແລະ 2020 ເຫັນວ່າໄດ້ປະເຊີນໜ້າກັບສິ່ງທີ່ທ້າທາຍຫລາຍປະການ, ເປັນຕົ້ນການລະບາດຂອງພະຍາດໂຄວິດ ໄດ້ເຮັດໃຫ້ຜູ້ຄົນເຈັບເປັນ ແລະ ເສຍຊີວິດຈຳນວນຫລາຍໃນທົ່ວໂລກ. ເຖິງວ່າຢູ່ປະເທດເຮົາຈະຄວບຄຸມບໍ່ໃຫ້ເກີດການລະບາດໃຫຍ່ໄດ້ ແຕ່ຖ້າ ທຽບໃສ່ປະເທດໃກ້ຄຽງ ກໍຍັງມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວ, ພ້ອມນີ້ກໍມີພະຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ອື່ນໆ ທີ່ຍັງມີການລະບາດຢູ່ໃນປະເທດເຮົາ ແລະ ໄພທໍາມະຊາດໄດ້ເກີດຂື້ນຢ່າງຕໍ່ເນື່ອງ.


ທັງໝົດນີ້ໄດ້ເປັນອຸປະສັກອັນໃຫ່ຍຫລວງຕໍ່ການພັດທະນາ ແລະ ສ້າງປະເທດຊາດ ໂດຍສະເພາະການປະຕິບັດວຽກງານຂອງຂະແໜງການສາທາລະນະສຸກ. ເຊິ່ງໃນໄລຍະ 5 ປີ ຜ່ານມາ ຂະແໜງການສາທາລະນະສຸກ ໄດ້ຜັນຂະຫຍາຍເນື້ອໃນ, ຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໂດຍກຳນົດແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ II (2016–2020) ເລັ່ງໃສ່ 5 ຂົງເຂດບຸລິມະສິດ ໃນການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ການຄຸ້ມຄອງບໍລິຫານ, ການບໍລິການສຸຂະພາບ ແລະ ຂໍ້ມູນຂ່າວສານສາທາລະນະສຸກ ພ້ອມຈັດຕັ້ງແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ VIII ຊຶ່ງປະກອບດ້ວຍ 8 ແຜນງານ, 42 ແຜນງານຍ່ອຍ ແລະ 97 ໂຄງການ ຊຶ່ງທັງໝົດ ເພື່ອບັນລຸ 11 ຕົວຊີ້ບອກ ສະພາແຫ່ງຊາດໄດ້ຮັບຮອງ. ພ້ອມນັ້ນ ຈະໄດ້ຕີລາຄາການຄວບຄຸມ ແລະ ໂຕ້ຕອບກັບການລະບາດຂອງພະຍາດ ໂຄວິດ-19 ປີ 2020.