ລັດຖະບານໄບເດັນໂຈະຂາຍອາວຸດຊົ່ວຄາວໃຫ້ກັບບາງປະເທດໄວ້ກ່ອນ
ໜັງສືພິມ Bloomberg ລາຍງານເມື່ອວັນທີ 28 ມັງກອນນີ້ວ່າ ລັດຖະບານຂອງປະທານາທິບໍດີ ໂຈໂບເດັນ ຈະໂຈຂາຍອາວຸດໃຫ້ກັບບາງປະເທດໄວ້ກ່ອນ ແລະ ຈະພິຈາລະນາຂາຍເຮືອບິນສູ້ຮົບ F-35 ຂອງ Lockheed Martin ໃຫ້ກັບບັນດາປະເທດ ອາຣັບ ເອກະພາບ.
ໂຄສົກຂອງກະຊວງການຕ່າງປະເທດ ສະຫະລັດໃຫ້ຮູ້ວ່າ ທ່າທີດັ່ງກ່າວຂອງ ໂຈໄບເດັນ ສະແດງໃຫ້ເຫັນວ່າ: “ເປົ້າໝາຍຍຸດທະສາດຂອງລັດຖະບານ ອາເມລິກາ ໃນຕໍ່ໜ້າແມ່ນການສ້າງຄູ່ຮ່ວມມືທາງດ້ານຄວາມສະຫງົບທີ່ເຂັ້ມແຂງ, ຮ່ວມມືກັນໄດ້ດີກວ່າ ແລະ ໃຫ້ມີຄວາມອາສາມາດຫຼາຍຂຶ້ນ”.
ມາເຖິງເວລານີ້ ຍັງບໍ່ທັນຮູ້ຈະແຈ້ງວ່າ ຈະມີໂຄງການໃດແດ່ທີ່ຈະຖືກໂຈະ, ແຕ່ນັກຂ່າວຂອງ Bloomberg ໃຫ້ຮູ້ວ່າ ກ່ອນໜ້ານັ້ນໃນວັນດຽວກັນ ການສັນຍາຊື້-ຂາຍເຮືອບິນ F-35 Lockheed Martin ໃຫ້ກັບ UAE ແລະ ສັນຍາຂາຍອາວຸດໃຫ້ກັບ ອາຣັບຊາອຸດີ ນັ້ນ ແມ່ນນອນຢູ່ໃນຈຳນວນຂໍ້ສັນຍາດັ່ງກ່າວ.
ໃນວັນດຽວກັນ, ທູດ Al Otaiba ໄດ້ຂຽນລົງໃນທະວິດເຕີຂອງຕົນວ່າ: “ລັດຖະບານໃໝ່ຂອງ ໂຈໄບເດັນ ຈະພີຈາລະນາຄືນນະໂຍບາຍໃນປັດຈຸບັນ. ຮ່ວງ F-35 ບໍ່ສະເພາະແຕ່ແມ່ນຂາຍອາວຸດຢ່າງດຽວ, ແຕ່ຫາກຍັງຈະຊ່ວຍສົ່ງເສີມຄວາມອາດສາມາດຄວາມແຂງແກ່ນ ຕໍ່ກັບໄພຂົ່ມຂູ່. ໄປຄຽງຄູ່ກັບັບການເຈລະຈາ ແລະ ການຮ່ວມມືທາງດ້ານຄວາມສະຫງົບແລ້ວ ສັນຍາດັ່ງກ່າວຍັງຈະຊ່ວຍໃຫ້ຄວບຄຸມຄູ່ຮ່ວມມືໃນພາກພື້ນນຳອີກດ້ວຍ ”.
ກ່ອນໜ້າຈະສະບານຕົວຮັບຕຳແໜ່ງຂອງໂຈໄບເດັນ ບໍພໍເທົ່າໃດຊົ່ວໂມງ, UAE ໄ້ເຊັນສັນຍາຂໍ້ຕົກລົງກັບສະຫະລັດ ເພື່ອຊື້ເຮືອບິນ F-35 50 ລຳ ແລະ ເຮືອບິນບໍ່ມີຄົນຂັບ 18 ລຳ.