ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ

ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - 1000x 1 1 1 - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ
ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - kitchen vibe - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ

ໃນຂະນະທີ່ຜູ້ບໍລິການມືຖືລາຍໃຫ່ຍສອງຄົນຂອງຈີນ ເກີດຂໍ້ຄັດແຍ່ງກັນຢ່າງຮຸນແຮງ, ຫຸ້ນຂອງຮ້ານເກມທີ່ບໍ່ເຄີຍມີຊື່ສຽງ ກໍພຸ່ງຂຶ້ນຢ່າງກະທັນຫັນ, ອັນເປັນການແຈ້ງເກີດຂອງເສດຖີເງິນຕື້ Huang Yimeng.

ຫຸ້ນຂອງຮ້ານເກມ XD ເພີ່ມຂຶ້ນ 24% ໃນໄຕມາດທຳອິດຂອງປີ 2021, ພາຍຫຼັງ Huawei Technologies ລ້າງເກມທັງໝົດຂອງ Tencent Holdings ອອກຈາກແອັບຂອງບໍລິສັດຕົນ ອັນເນື່ອງມາຈາກຄວາມບໍ່ໂລ່ງລອຍກັນໃນການແບ່ງປັນລາຍຮັບ. ຜູ້ລົງທຶນຈຶ່ງຫັນການລົງທຶນໃສ່ XD ຊຶ່ງເປັນບໍລິສັດແມ່ຂອງ TapTap ທີ່ເປັນສາງເກມໜຶ່ງໃນ ໂທລະສັບມືຖື.

ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - Visit Laos Visit SALANA BOUTIQUE HOTEL - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ

ຂໍ້ຄັດແຍ່ງກັນລະຫວ່າງ  Huawei ແລະ Tencent ໄດ້ກາຍເປັນໂອກາດຂອງ TapTap. ສາງເກມດັ່ງກ່າວໄດ້ຊ່ວຍໂຄສະນາໃຫ້ ຈຶ່ງບໍ່ໄດ້ເສຍຄ່າທັງຜູ້ຫຼີນ ແລະ ທັງຜູ້ໃຫ້ບໍລິການ.

Huang Yimeng ເປັນຜູ້ຮ່ວມກໍ່ຕັ້ງ ທັງເປັນຜູ້ບໍລິຫານ XD. ພາຍຫຼັງເອົາເກມ Genshin Impact ເຂົ້າໃນພື້ນຖານຂອງຕົນແລ້ວ ກໍໄດ້ມີຄວາມຫວັງຫັນປ່ຽນການຕະຫຼາດເກມໃນມືຖືມູນຄ່າ 30 ຕື້ໂດລາ. XD ຢາກດຶງດູດເອົາຜູ້ໃຫ້ບໍລິການຄົນອື່ນໆ ເຂົ້າມາຕື່ມ ແຕ່ກໍຖືກຄວບຄຸມຈາກທ້ອງຕະຫຼາດເກມ. ຮ້ານອຸປະກອນເຊັ່ນ Huawei ແລະ Xiaomi ມັກຈະຕິດຕັ້ງເກມຂອງຕົນເຂົ້າໃນມືຖື ແລ້ວຂາຍອອກ.

ປີ 2020 ເມື່ອຕະຫຼາດເກມມືຖືລະບາດ Pascal’s Wager ກໍໄດ້ເລືອກເອົາ TapTap ເປັນຄູ່ຮ່ວມມືເພື່ອແບ່ງປັນການຜູກຂາດໃນລະບົບ Android ຢູ່ໃນຈີນ. ເກມດັ່ງກ່າວຂາຍໄດ້ຫຼາຍກວ່າ 105 ລ້ານເກມໃນທົ່ວໂລກ, YangYang ຊຶ່ງເປັນຜູ້ສ້າງຕັ້ງ TipWorks ໃຫ້ຮູ້ວ່າ ເຄິ່ງໜຶ່ງຂອງລາຍຮັບເກມດັ່ງກ່າວແມ່ນຈາກ TapTap ແລະ ເຄີ່ງໜຶ່ງທີ່ຍັງເຫຼືອແມ່ນຂອງ App Store và Google Play.

ມາເຖິງຂະນະນີ້, ລາຍຮັບຂອງ XD ສ່ວນໃຫ່ຍແມ່ນໄດ້ຈາກການຂາຍ ລາຍການເກມເໝືອນ. ລາຍຮັບຈາກການໂຄສະນາຂອງ TapTap  ກວມເອົາພຽງ 1/5 ຂອງ 205 ລ້ານໂດລາ ທີ່ XD ມີລາຍຮັບໃນຕົ້ນປີ 2020. Huang ມີຄວາມຫວັງວ່າ ລາຍຮັບຈະເພີ່ມຂຶ້ນ ຖ້າ TapTap ຫາກເພີ່ມ ລາຍການໂຄສະນາຂຶ້ນ.

 

ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - 3 - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ
ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - 4 - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ
ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ - 5 - ຈາກຖືກໄລ່ອອກຈາກການຮຽນ ກາຍເປັນເສດຖີເງິນຕື້ ເກມ ຂອງຈີນ