ທຣຳ ຈະໝົດສິດທຸກຢ່າງ ຖ້າຖືກກ່າວປະນາມໂທດກຳ
ລາຍງານຂ່າວຈາກຕ່າງປະເທດ ວັນທີ 29 ມັງກອນນີ້ ໃຫ້ີູ້ວ່າ ຖ້າຫາກທຣຳ ຖືກ ວຸດທິສະພາ ກ່າວປະນາມໂທດກຳຢ່າງແທ້ຈິງ, ເຂົາຈະຖືກເສຍສິດທຸກຢ່າງ.
ທຣຳ ຈະຖືກກ່າວປະນາມໂທດກຳ ອັນເນື່ອງມາຈາກ ທຣຳ ໄດ້ຍົວະຍຸໃຫ້ເກີດການກໍ່ຈາລະຈົນໃນວັນທີ 6 ມັງກອນທີ່ຜ່ານມາ ແລະ ໃຫ້ຜູ້ປະທ້ວງບຸກເຂົ້າໄປໃນຫໍລັດຖະສະພາ.
ເຖິງຢ່າງໃດກໍຕາມ, ບັນດານັກກົດໝາຍໃຫ້ຮູ້ວ່າ: ໂດຍອີງໃສ່ກົດໝາຍໃນປັດຈຸບັນ ທຣຳ ຍັງຈະມີສິດສ່ວນໃດສ່ວນໜຶ່ງ ໂດຍສະເພາະແມ່ນສິດໄດ້ຮັບເງິນເດືອນບຳນານ ນັບທັງຈະໄດ້ຮັບການປົກປ້ອງ ໃນເມື່ອຖືກວຸດທິສະພາ ກ່າວປະນາມໂທດກຳ.
ກົດໝາຍກ່ຽວກັບປະທານາທິບໍດີປີ 1958 ກຳນົດວ່າ: ໃຫ້ສິດຕະຫຼອດຊີວິດຂອງອະດີດປະທານາທິບໍດີ, ຊຶ່ງລວມມີ ຫ້ອງການເຮັດວຽກ, ມີຕຳຫຼວດໃກ້ສິດຄຸ້ມຄອງ, ໄດ້ຮັບເງິນປະມານ 100.000 ໂດລາ/ປີ ເພື່ອເປັນເງິນເດືອນໃຫ້ພະນັກງານຮັບໃຊ້ ແລະ ເງິນເດືອນ 220.000 ໂດລາ/ປີ.
ກົດໝາຍດັ່ງກ່າວ, ຜ່ານມາໄດ້ປະຕິບັດກັບອະດີດປະທານາທິບໍHarryTruman ມາກ່ອນແລ້ວ ເມື່ອເຂົາລາອອກຈາກທຳນ-ຍຂາວໃນປີ 1953 ອັນເນື່ອງມາຈາກການເປັນໜີສິນກ້ອນໃຫ່ຍ ທີ່ດຳເທຸລະກິດບໍ່ປະສົບຜົນສຳເລັດ ກ່ອນທີ່ຈະເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ.
ສຳລັບ ທຣຳ ອາດຈະມີສິດໄດ້ຮັບຫຼາຍກວ່າ 1 ລ້ານໂດລາ/ປີ. ເພາະວ່າ ແຕ່ລະປີ ສະຫະລັດ ຈ່າຍໃຫ້ອະດີດປະທານາທິບໍດີ 4 ຄົນຜ່ານມາທີ່ຍັງມີຊີວິດຢູ່ໃນປັດຈຸບັນ ປະມານ 4 ລ້ານໂດລາ.
ສິດທິອັນດັບໜຶ່ງ ທີ່ໃຫ້ກັບອະດີດປະທານາທິບໍດີ ກໍຄື ມີຫ້ອງການເຮັດວຽກ. ປະທານາທິຍຊດີ Bill Clinton, George W. Bush ແລະ Barack Obama ແຕ່ລະຄົນໄດ້ຮັບຫຼາຍກວ່າ 500.000USD ເພື່ອເຊົ່າຫ້ອງການ.
ນັກກົດໝາຍ Brian Kalt ໃຫ້ຮູ້ວ່າ ປະທານາທິບໍດີ ຈະໝົດສິດທິທັງໝົດກໍຕໍ່ເມື່ອຖືກຖອດຖອນໃນຂະນະທີ່ກຳລັງດຳລົງຕຳແໜ່ງຢູ່. ຖ້າຫາກຖືກສະພາປະຊາຊົນກ່າວປະນາມໂທດ ແມ່ນສີດທິຈະບໍ່ຖືກແຕະຕ້ອງ ຫຼື ຈະບໍ່ໄດ້ຮັບຜົນກະທົບໃດໆ.