ອັດຕະປື ເຊັນບົດບັນທຶກໂຄງການທົດລອງການເອົາຄົນພິການເຂົ້າມີສ່ວນຮ່ວມ
ວັນທີ 29 ມັງກອນນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອັດຕະປື, ໄດ້ຈັດພິທີເຊັນບົດບັນທືກຂໍ້ຕົກລົງ ສ້າງໂຄງການກິດຈະກຳທົດລອງການເອົາຄົນພິການເຂົ້າມາມີສ່ວນຮ່ວມຢູ່ພາຍໃນແຂວງອັດຕະປືລະຫວ່າງ ທ່ານ ນາງ ອຳຄາ ສີຫາລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອັດຕະປື ກັບ ທ່ານ ດາວິດ ຕ່າງໜ້າ ອົງການຊ່ວຍເຫຼືອເຊີ່ງກັນ ແລະ ກັນ. ເພື່ອສ້າງສາມາດເຮັດວຽກກັບຄົນພິການ, ສຸຂະພາບ, ຄວາມຕ້ອງການຂອງພວກເຂົາ, ຊ່ວຍເຫຼືອຄົນພິການຜູ້ທີ່ມີຄວາມຕ້ອງການອັນຮີບດ່ວນທີ່ສຸດ.
ໃນພິທີໄດ້ຜານບົດສະເໜີຂອງໂຄງການໂດຍຫຍໍ້ ໃນນັ້ນດ້ານສະຖິຕິຂອງພົນລະເມືອງຈຳນວນຄົນພິການພາຍໃນ ແຂວງອັດຕະປື ກວມເອົາເຖິງ 3,7% ຂອງພົນລະເມືອງທັງໝົດທົ່ວແຂວງ, ໃນລະຫວ່າງ ປີ 2015-2018 ພາຍໃນ 5 ເມືອງ ມີຄົນພິການທັງໝົດ 978 ຄົນ, ກິດຈະກຳການທົດລອງ ດັ່ງກ່າວແມ່ນເປັນການຊ່ວຍເຫຼືອຈາກອົງການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຫຼື SFE ເຊີ່ງໄດ້ກຳນົດເອົາ 2 ເມືອງຢູ່ພາຍໃນ ແຂວງອັດຕະປື ຄື: ເມືອງສາມັກຄີໄຊ ກວມເອົາ 15 ບ້ານ ແລະ ເມືອງສະໜາມໄຊ ກວມເອົາ 15 ບ້ານ ເປັນການທົດລອງເບື້ອງຕົ້ນ ເປັນໄລຍະ 9 ເດືອນ ແລະໂຄງການໄດ້ກໍານົດເອົາກິດຈະກຳທີ່ສຳຄັນຄື: ທ້າຍເດືອນມັງກອນນີ້ໄດ້ຮັບການເປີດໂຄງການ,ການປະສານງານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ເມືອງ,ຈັດຊຸດເຝິກອົບຮົມສຳລັບພະນັກງານພະແນກ,ພະນັກງານເມືອງ ແລະ ພະນັກງານອົງການ, ລົງເກັບກຳຂໍມູນຄົນພິການພາຍໃນບ້ານທີ່ນອນໃນໂຄງການຈັດຊຸດເຝິກອົບຮົມສຳລັບສະມາຄົມຄົນພິການແຫ່ງຊາດລາວ, ເລີ່ມຄຸ້ມຄອງກໍລະນີ ແລະຊ່ວຍເຫຼືອຄົນພິການ, ປະຕິບັດກິດຈະກຳ, ມີກອງປະຊຸມຄະນະກນຄຸ້ມຄອງກິດຈະກຳ ແລະທ້າຍເດືອນກັນຍາ ສະຫຼູບຕີລາຄາຄືນ, ເຊິ່ງໂຄງການດັ່ງກ່າວຫາກໄດ້ຮັບຜົນສຳເລັດຕາມທີ່ກຳນົດໄວ້ ແມ່ນຈະໄດ້ສືບຕໍ່ຮັບການຈັດຕັ້ງປະຕິບັດໄປອີກເປັນເວລາ 3 ປີ ຈາກໂຄງການນີ້.