ຕຳຫລວດຍີ່ປຸ່ນຈັບຜູ້ຍິງຄົນໜຶ່ງ ຫລັງແຊ່ແຂງສົບແມ່ຕົນເອງ 10 ກວ່າປີ
ໃນວັນທີ 30 ມັງກອນ 2021, ສຳນັກຂ່າວ BBC ລາຍງານວ່າ: ຕຳຫລວດຍີ່ປຸ່ນໄດ້ຈັບກຸມຜູ້ຍິງຄົນໜຶ່ງ ຫລັງຈາກພົບສົບຂອງແມ່ນາງເສຍຊີວິດ ແລະ ຖືກແຊ່ແຂງໃນຕູ້ແຊ່ ຢູ່ເຮືອນຂອງນາງ.
ນາງ ຢູມິ ໂຢຊິໂນະ ອາຍຸ 48 ປີ ກ່າວວ່າ: ນາງພົບແມ່ຂອງນາງເສຍຊີວິດ ແລະ ໄດ້ມີການເຊື່ອງສົບໄວ້ເມື່ອ 10 ປີກ່ອນ ເພາະນາງບໍ່ຕ້ອງການຍ້າຍອອກຈາກເຮືອນໃນໂຕກຽວນີ້.
ຕຳຫລວດກ່າວວ່າ: ຈາກການກວດສອບເບື້ອງຕົ້ນບໍ່ມີບາດແຜຢູ່ນຳສົບ ເພາະຍັງຕ້ອງກວດສອບຕໍ່ໄປ ເນື່ອງຈາກສົບຍັງຖືກແຊ່ແຂງຢູ່.
ເຈົ້າໜ້າທີ່ບໍ່ສາມາດລະບຸເວລາ ແລະ ສາເຫດການເສຍຊີວິດຂອງຜູ້ຍິງຄົນດັ່ງກ່າວໄດ້ ຕ້ອງລໍຖ້າການສັນນະສູດຕໍ່ໄປ.
ມີລາຍງານວ່າສົບຖືກພົບໂດຍແມ່ບ້ານທີ່ເຂົ້າມາອະນາໄມ ຫລັງຈາກນາງ ໂຢຊິໂນະ ຖືກບັງຄັບໃຫ້ອອກຈາກເຮືອນ ເນື່ອງຈາກບໍ່ມີເງິນຄ່າເຊົ່າ ຕຳຫລວດຈຶ່ງມີການເຂົ້າຈັບນາງ ໂຢຊິໂນະ ໄດ້ຢູ່ໂຮງແຮມແຫ່ງໜຶ່ງໃກ້ກັບນະຄອນຫລວງໂຕກຽວ ເມື່ອວັນທີ 29 ມັງກອນຜ່ານມາ.