ຜູ້ຢູ່ເບື້ອງຫຼັງ ຂອງການລັດຖະປະຫານ ໃນມຽນມາ

[object object] - kitchen vibe - ຜູ້ຢູ່ເບື້ອງຫຼັງ ຂອງການລັດຖະປະຫານ ໃນມຽນມາ

ຂ່າວຕ່າງປະເທດລາຍງານເຊົ້າຂອງວັນທີ 2 ກຸມພານີ້ວ່າ ພາຍຫຼັງເຮັດການລັດຖະປະຫານໃນປີ 1962 ແລ້ວ, ກອງທັບມຽນມາໄດ້ຂື້ນກຳອຳນາດເກືອບ 50 ປີທີ່ຜ່ານມາ, ຊຶ່ງເປັນນັກວິສາວະກອນອອກແບບລັດຖະທຳມະນູນໃນປີ 2008, ອັນໄດ້ໃຫ້ອຳນາດແກ່ກອງທັບກຳອຳນາດໃນລະບົບການເມືອງຂອງມຽນມາ. ກອງທັບມີທີ່ນັ່ງໃນສະພາເຖິງ 25% ໂດຍບໍ່ຜ່ານການເລືອກຕັ້ງ, ຜູ້ບັນຊາການສູງສຸດເປັນຜູ້ບົ່ງຕົວລັດຖະມົນຕີປ້ອງກັນປະເທດ, ພາຍໃນ ແລະ ຊາຍແດນ.

ການເຮັດລັດຖະປະຫານໃນວັນ ີ 1 ກຸມພານີ້, ໄດ້ເຮັດໃຫ້ສັງຄົມພາຍໃນ ແລະ ຊາວໂລກຫັນຄວາມສົນໃຈໄປໃສ່ກອງທັບຂອງ ມຽນມາ, ໂດຍສະເພາະແມ່ນຜູ້ບັນຊາການສູງສຸດ Min Aung Hlaing.

[object object] - Visit Laos Visit SALANA BOUTIQUE HOTEL - ຜູ້ຢູ່ເບື້ອງຫຼັງ ຂອງການລັດຖະປະຫານ ໃນມຽນມາ

ສຳນັກຂ່າວ ຣອຍເຕີ ໃຫ້ຮູ້ປະຫວັດໂດຍຫຍໍ້ຂອງ ຜູ້ບັນຊາການສູງສຸດຂອງກອງທັບ ມຽນມາວ່າ: ກ່ອນທີ່ຈະເຂົ້າຮ່ວມໃນຖັນແຖວກອງທັບ, ນາຍພົນ Min Aung Hlaing ອາຍຸ 64 ປີ ເປັນຜູ້ໜື່ງທີ່ມີຄວາມສົນໃຈໜ້ອຍກັບບັນຫາການເມືອງ ໃນໄລຍະທີ່ເຂົາຮຽນຢູ່ໃນມະຫາວິທະຍາໄລກົດໝາຍ Yangon ແຕ່ປີ 1972-1974. ເພື່ອນຮ່ວມຮຽນຂອງເຂົາຄົນໜຶ່ງເລົ່າວ່າ: “ເຂົາເປັນຄົນບໍ່ມັກປາກ ແຕ່ຮັກສາທ່າທີທີ່ເປັນມາລະຍາດຢ່າງຍິ່ງ”.

ນອກຈາກຮຽນກົດໝາຍແລ້ວ, ແຕ່ລະປີ  Min Aung Hlaing ຍັງສະເໜີເຂົ້າຮຽນວຽກງານປ້ອງກັນຊາດຢູ່ທີ່ສະຖາບັນການທະຫານ DSA ນຳອີກ, ຊຶ່ງເປັນໂຮງຮຽນການທະຫານຊັ້ນນຳຂອງ ມຽນມາ ແລະ ໃນທີ່ສຸດເຂົາກໍໄດ້ເຂົ້າຮຽນໃນສະຖາບັນກອງທັບມຽນມາໃນປີ 1974.

ເພື່ອນຂອງເຂົາຄົນໜຶ່ງເລົ່າວ່າ “ເບື້ອງຕົ້ນເຂົາເປັນພຽງນັກຮຽນທະຫານທຳມະດາ ແຕ່ຫຼັງຈາກນັ້ນເຂົາໄດ້ເລື່ອນຊັ້ຊຊ້າໆ ແຕ່ເປັນປົກະຕິ ແລະ ແປກປະຫຼາດຫຼາຍ ເຫັນເຂົາລື່ນກາຍນາຍທະຫານລຸ່ນອ້າຍ”.

ນາຍພົນ Min Aung Hlaing ໄດ້ເປັນຜູ້ບັນຊາການສູງສຸດກອງທັບ ມຽນມາ ໃນປີ 2011, ພາຍຫຼັງມີການປ່ຽນແປງຈາກອຳນາດຂອງກອງທັບ ໄປເປັນປະຊາທິປະໄຕໃນມຽນມາ,

ນັກການທູດຄົນຶ້່ງ Yangon ໃຫ້ຮູ້ວ່າ ໃນຂະນະທີ່ ອອງຊານຊູຈີ ເລີ່ມເປັນທີ່ປຶກສາແຫ່ງຊາດໃນປີ 2016, Hlaing ໄດ້ຫັນປ່ຽນຕົນເອງຈາກການເປັນນາຍທະຫານ ມາເປັນນັກການເມືອງ ແລະ ການເປັນຄົນຂອງມະຫາຊົນ.

ສຳນັກຂ່າວ ຣອຍເຕີ ໃຫ້ຮູ້ວ່າ Hlaing ບໍ່ຢາກປະແນວຄວາມຄິດທີ່ຢາກຮັກສາທີ່ນັ່ງໃນສະພາໄວ້ 25% ຄືເກົ່າ ໂດຍບໍ່ຜ່ານການເລືອກຕັ້ງ ແລະ ກໍບໍ່ຢາກປ່ຽນແປງມາດຕາໃດໆໃນລັດຖະທຳມະນຸນປີ 2008, ໃນນັ້ນມີການສະກັດກັ້ນບໍ່ໃຫ້ນາງ ອອງຊານຊູຈີ ເປັນປະທານາທິບໍດີ.

ນາຍພົນ Hlaing ໄດ້ຂະຫຍາຍເວລາກຳອຳນາດກອງກອງທັບອອກໄປອີກ 5 ປີຈົນເຖິງເດືອນກຸມພາ 2016. ຫຼາຍຄົນ ຄິດວ່າ ເຂົາຈະບູລະນະການນຳທະຫານໃນປີນັ້ນ.

ຂໍ້ມູນອ້າງອີງ: vietnamnet.vn

[object object] - 4 - ຜູ້ຢູ່ເບື້ອງຫຼັງ ຂອງການລັດຖະປະຫານ ໃນມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!