ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!
ຫົວຜັກທຽມຂຶ້ນຫນໍ່ ມີສານຕ້ານອະນຸມູນອິດສະລະສູງບຳລຸງຫົວໃຈ ຫາກທ່ານຈະເລືອກກິນຫົວຜັກທຽມບຳລຸງຮ່າງກາຍແລ້ວຄວນຈະເລືອກກີບທີ່ມີຫນໍ່ກຳລັງງອກຂຶ້ນ ເພາະຈະໃຫ້ສານຕ້ານອະນຸມູນອິດສະລະມີສັບພະຄຸນບຳລຸງຫົວໃຈເຫນືອກວ່າຫົວຜັກທຽມສົດ. ຈາກການທົດລອງໃນຫ້ອງປະຕິບັດການ ຫົວຜັກທຽມທີ່ມີຫນໍ່ຫງອກ ເປັນຫົວຜັກທຽມທີ່ເກັບ ມາໄດ້ 5 ມື້ ມີສັບພະຄຸນຫລາຍກວ່າຫົວຜັກທຽມທີ່ສົດກວ່າ ເນື່ອງຈາກສານສະກັດ ທີ່ໄດ້ຈາກຫົວຜັກທຽມເຫລົ່ານີ້ຈະສາມາດຄຸ້ມກັນເຊລຈາກຄວາມເສຍຫາຍບາງຢ່າງໄດ້ດີ. ມະນຸດເຮົາຮູ້ຈັກສັບພະຄຸນຂອງຫົວຜັກທຽມທາງຢາມາຕັ້ງຫລາຍພັນປີແລ້ວ ແລະ ກິນຫົວຜັກທຽມດິບ ຫລື ເຮັດອາຫານ ເພື່ອໃນການຫລຸດໄຂມັນໃນເລືອດ ແກ້ຄວາມດັນເລືອດສູງ…